ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ຈັດພິທີມອບ - ຮັບໜ້າທີ່ ລະຫວ່າງ ຫົວໜ້າພະແນກຜູ້ເກົ່າ ແລະ ຜູ້ໃໝ່

01/09/2025

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ຈັດພິທີມອບ - ຮັບໜ້າທີ່ ລະຫວ່າງ ຫົວໜ້າພະແນກຜູ້ເກົ່າ ແລະ ຜູ້ໃໝ່

ວັນທີ 14 ສິງຫາ 2025, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ຈັດພິທີມອບ - ຮັບໜ້າທີ່ ລະຫວ່າງ ຫົວໜ້າພະແນກ ຕສ ຜູ້ເກົ່າ ແລະ ຫວົໜ້າພະແນກ ຕສ ຜູ້ໃໝ່ ໂດຍໃຫ້ກຽດເປັນປະທານຂອງທ່ານ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໆ ຈໍາປາສັກ, ມີຄະນະພະແນກ, ຕາງໜ້າຈາກບໍລິສັດໄປສະນີ, ໂທລະຄົມມະນາຄົມ ແຂວງຈໍາປາສັກ, ຄະນະກໍາມະການຈາກແຂວງ ແລະ ພະນັກງານວິຊາການຈາກພະແນກ ຕສ ເຂົ້າຮ່ວມ
 
 
ໃນພິທີ ມອບ-ຮັບໜ້າທີ່ຄັ້ງນີ້ ແມ່ນໄດ້ຮັບຟັງທ່ານ ສົມຈິດໂພທິສານ ຮອງເລຂາຄະນະພັກຮາກຖານ, ຮັກສາການຫົວໜ້າພະແນກ ຕສ ແຂວງ ໄດ້ຂື້ນຜ່ານບົດລາຍງານຫຍໍ້ຜົນການຈັດຕັ້ງວຽກງານເຕັກໂນໂລຊີ ແລະ ການສື່ສານ ໃນໄລຍະຜ່ານມາ
 
 
ບຸນມີ ດວງມີສີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ຂື້ນຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ສະບັບເລກທີ 592/ຄຈພຂ.ຈສ. ລົງວັນທີ 07 ສິງຫາ 2025 ຄະນະປະຈໍາພັກແຂວງ ຕົກລົງອະນຸມັດບົ່ງຕົວແຕ່ງຕັ້ງ ສະຫາຍ ແກ້ວ ສີລິສະຫວັດ ເປັນເລຂາຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ແລະ ພິທີກໍໄດ້ມີການເຊັນບົດບັນທຶກ ມອບ-ຮັບໜ້າທີ່ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່
 
 
ຕອນທ້າຍ ທ່ານ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໆ ຈໍາປາສັກ ປະທານກອງປະຊຸມມີຄໍາເຫັນໂອ້ລົມ ໂດຍທ່ານໄດ້ກ່າວຂອບໃຈ ຍ້ອງຍໍຊົມເຊີຍ ຫົວໜ້າພະແນກຜູ້ເກົ່າ ກໍແມ່ນຜູ້ໜື່ງ ທີ່ບົດບາດໃນການນໍາພາ, ວຽກງານດ້ວຍຄວາມຮັບຜິດຊອບສູງ ຈົນເຮັດສໍາເລັດຕາມລະດັບຄາດໝາຍແຕ່ລະໄລຍະ ແຕ່ເຖິງຢ່າງໃດກໍ່ຕາມ ເຊື່ອແນ່ວ່າ ບັນດາບົດຮຽນອັນເລີດຄ່າ ແລະ ປະສົບການທີ່ຍອດຍິ່ງໃນການນໍາພາ-ຊີ້ນໍາຢູ່ຂົງເຂດ ຕສ ຂໍໃຫ້ຮັກສາມູນເຊື້ອອັນດີງາມ ແລະ ປັບປຸງຂອດທີ່ຄົງຄ້າງຮ່ວມກັນ ເພື່ອສ້າງແຂວງຈໍາປາສັກ ໃຫ້ກາຍເປັນແຂວງ ທີ່ທັນສະໄໝໃນການນໍາໃຊ້ລະບົບດີຈີຕອນ ເທື່ອລະກ້າວ ແລະ ທ່ານປະທານໄດ້ກ່າວຊົມເຊີຍ, ຍິນດີຕໍ່ຫົວໜ້າພະແນກຜູ້ໃໝ່ ເຊິ່ງທ່ານເປັນຜູ້ທີ່ຄະນະພັກ-ຄະນະນໍາ ທັງສາຍຕັ້ງ ແລະ ສາຍຂວາງ ໄດ້ກັ່ນຕອງເລືອກເຟັ້ນຢ່າງສຸຂຸມ ເພື່ອມອບພາລະໜ້າທີ່ອັນສູງສົ່ງ ໃຫ້ແກ່ສະຫາຍເປັນຜູ້ສຶບຕໍ່ນໍາພາ-ຊີ້ນໍາ ຂົງເຂດວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ເຊິ່ງທ່ານເນັ້ນໃຫ້ຜູ້ໄດ້ສືບຕໍ່ປະຕິບັດໜ້າທີ່ຢ່າງຫ້າວຫັນ, ພ້ອມກັນເຮັດສໍາເລັດໜ້າທີ່ຕາມການຈັດຕັ້ງມອບໝາຍ
 
 
ຈາກນັ້ນທ່ານ ແກ້ວ ສີລິສະຫວັດ ຫົວໜ້າພະແນກ ຕສ ແຂວງ ຜູ້ໃຫ່ມໄດ້ຂື້ນຮັບຄໍາໂອວາດຈາກປະທານ ແລະ ພິທີກໍໄດ້ປິດລົງໃນວັນດຽວກັນ
 
ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ

 

ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ເຕືອນໄພ ລະວັງຕົກເປັນເຫຍື່ອຂອງມິດສາຊີບ
ສ້າງ QR Code ສຳລັດພາກລັດ
ວິດີໂອ ການນຳໃຊ້ລະບົບຫ້ອງການທັນສະໄໜ
ຈຳນວນຜູ້ເຂົ້າເບີ່ງເວັບໄຊທ໌
ຕິດຕາມພວກເຮົາທາງ Facebook