ພາລະບົດບາດ
ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ຂຽນເປັນຕົວອັກສອນຫຍໍ້ “ ພຕສ.ຈສ ” ແລະ ຂຽນເປັນພາສາອັງກິດວ່າ “ Department of Technology and Communications of Champasack Province " ຂຽນເປັນຕົວອັກສອນຫຍໍ້ “ DTC.CH ” ແມ່ນກົງຈັກໜຶ່ງຂອງອົງການປົກຄອງແຂວງຈຳປາສັກ, ມີພາລະບົດບາດເປັນເສນາທິການໃຫ້ແກ່ເຈົ້າແຂວງ ແລະ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການຄຸ້ມຄອງ ແລະ ພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ ຢູ່ແຂວງຕົນ ພາຍໃຕ້ການຊີ້ນຳ-ນຳພາ ແລະ ຄຸ້ມຄອງດ້ານຊີວິດການເມືອງ ຂອງອົງການປົກຄອງແຂວງ ແລະ ການຊີ້ນຳ-ນຳພາ ແລະ ກວດກາດ້ານເຕັກນິກວິຊາການຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.