30/07/2025

ໃນຕອນບ່າຍຂອງວັນທີ 04 ກໍລະກົດ 2025, ທ່ານ ປອ ທຽນໄຊ ສະຖາພອນ ຮອງຫົວໜ້າພະແນກ ຕສ ແຂວງ ພ້ອມດ້ວຍພະນັກງານວິຊາການຂະແໜງບໍລິຫານລັດດິຈິຕອນ ພະແນກເຕັກໂນໂລຊີແລະ ການສື່ສານ ແຂວງຈໍາປາສັກ, ໄດ້ເຂົ້າຮ່ວມກອງປະຊຸມສະເໜີການນໍາໃຊ້ລະບົບຫ້ອງການທັນສະໄໝ (E-Office) ຢູ່ທີ່ຫ້ອງປະຊຸມ 203 ຫ້ອງວ່າການແຂວງຈໍາປາສັກ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງຈໍາປາສັກ, ມີຫົວໜ້າຫ້ອງວ່າການແຂວງ ພ້ອມຄະນະ ແລະ ພະນັກງານວິຊາການຈາກຫ້ອງວ່າການແຂວງເຂົ້າຮ່ວມ.
ກອງປະຊຸມ ໄດ້ມີການນຳສະເໜີຂອງທ່ານ ປອ ທຽນໄຊ ສະຖາພອນ ຮອງຫົວໜ້າພະແນກ ຕສ ແຂວງໄດ້ຂື້ນລາຍງານກ່ຽວກັບສະພາບລວມການຫັນເປັນດິຈິຕອນຂອງແຂວງຈໍາປາສັກ,
- ຜົນການຈັດຕັ້ງປະຕິບັດ 5 ປີ (2021-2025).
- ທິດທາງໃນການພັດທະນາ 5 ປີ (2026-2030).
- ມາດຕະຖາມທີຈໍາເປັນ.
- ທັດສະນະດ້ານວິຊາການ.
ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການມີຄໍາເຫັນ ແລະ ທິດຊີ້ນໍາ ຂອງທ່ານເຈົ້າແຂວງ, ຫຼັງຈາກນັ້ນວິຊາການຈາກພະແນກ ຕສ ກໍໄດ້ມີການແນະນໍາວິທີການນໍາໃຊ້ລະບົບ (E-Office) ໃຫ້ທາງຄະນະຫ້ອງວ່າການແຂວງ ແລະ ພະນັກງານວິຊາການໃຫ້ເຂົ້າໃຈຕື່ມກ່ຽວກັບການນໍາໃຊ້ລະບົບ (E-Office) ພາຍໃນຫ້ອງວ່າການແຂວງແລະກອງປະຊຸມກໍໄດ້ປິດລົງ.
ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ.