ໜ່ວຍພັກ ພະແນກ ຕສ ແຂວງຈໍາປາສັກ ດຳເນີນກອງປະຊຸມສ່ອງແສງຮ່ວມຊີວິດພັກ ປະຈໍາເດືອນມີຖຸນາ 2025

30/07/2025

ໜ່ວຍພັກ ພະແນກ ຕສ ແຂວງຈໍາປາສັກ ດຳເນີນກອງປະຊຸມສ່ອງແສງຮ່ວມຊີວິດພັກ ປະຈໍາເດືອນມີຖຸນາ 2025

ໃນຕອນບ່າຍ ຂອງວັນທີ 30 ພຶດສະພາ 2025 ເວລາ 13:30 ໂມງ ໄດ້ຈັດກອງປະຊຸມສ່ອງແສງຮ່ວມຊີວິດພາຍໃນໜ່ວຍພັກພະແນກ ຕສ ແຂວງ ຂື້ນໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ສົມຈິດ ໂພທິສານ ຮັກສາການເລຂາຄະນະພັກຮາກຖານ ຜູ້ຊີ້ນໍາວຽກໜ່ວຍພັກພະແນກ ຕສ ແລະ ສະຫາຍ ນາງ ສຸດສາຄອນ ທອງຈະເລີນ ຮອງເລຂາໜ່ວຍພັກ ພະແນກ ຕສ ແຂວງຈຳປາສັກ ມີບັນດາສະຫາຍໃນ ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສຳມາຊິກພັກສຳຮອງ ເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 10 ສະຫາຍ.

ກອງປະຊຸມໄດ້ຮັບຟັງການລາຍງານນການຈັດຕັ້ງປະຕິບັດ ໄລຍະ 1 ເດືອນຜ່ານມາ ແລະ ທິດທາງແຜນການໃນເດືອນຕໍ່ໜ້າ ຂອງໜ່ວຍພັກພະແນກ ຕສ ໂດຍສັງເຂບ, ທົບທວນຄືນການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສອງແສງຮ່ວມຊີວິດພັກ ປະຈຳເດືອນທີ່ຜ່ານມາ ແລະ ໄດ້ຮ່ວມກັນປືກສາຫາລືວຽກງານ ການກໍ່ສ້າງພັກ ແລະ ຂະຫຍາຍພັກ, ການປັບປຸງ ແລະ ປ້ອງກັນພັກ, ການຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຂອງອົງການຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ.

ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອລົ້ມ ແລະ ໃຫ້ທິດຊີ້ນໍາ ຈາກ ສະຫາຍ ສົມຈິດ ໂພທິສານ ຮັກສາການເລຂາຄະນະພັກຮາກຖານ ຜູ້ຊີ້ນໍາວຽກໜ່ວຍພັກພະແນກ ຕສ ຕື່ມອີກ.

 

ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ເຕືອນໄພ ລະວັງຕົກເປັນເຫຍື່ອຂອງມິດສາຊີບ
ສ້າງ QR Code ສຳລັດພາກລັດ
ວິດີໂອ ການນຳໃຊ້ລະບົບຫ້ອງການທັນສະໄໜ
ຈຳນວນຜູ້ເຂົ້າເບີ່ງເວັບໄຊທ໌
ຕິດຕາມພວກເຮົາທາງ Facebook