ເຜີຍແຜ່ເອກະສານທີ່ສຳຄັນຂອງຊາດ-ຂອງພັກ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນພະແນກ ຕສ ແຂວງ
30/07/2025

ວັນທີ 17 ມິຖຸນາ 2025, ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມເຜີຍແຜ່ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ແຂັ້ມແຂງ ແລະ ໜັກແໜ້ນ ເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ແລະ ການດຳເນີນຊີວິດການເມືອງ ກ່ຽວກັບສາມວັນປະຫວັດສາດ ເປັນຕົ້ນ: ຫົວຂໍ້ທີ 1: ຮຳ່ຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທຳປະຕິວັດ ຂອງປະທານໄກສອນ ພົມວິຫານ; ຫົວຂໍ້ທີ 2: ຝຶກຝົນຫຼໍ່ຫຼອມ ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂປັດຈຸບັນ; ຫົວຂໍ້ທີ 3: ມາດຕະຖານ ຂອງພະນັກງານ, ສະມາຂິກພັກ ໃນເງື່ອນໄຂໃຫມ່.

ໃນກອງປະຊຸມ, ສະຫາຍ ສົມຈິດ ໂພທິສານ ຮັກສາການເລຂາຄະນະພັກຮາກຖານ, ຮັກສາການຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມ ແລະ ເຜີຍແຜ່ເອກະສານທີ່ສຳຄັນດັ່ງກ່າວ ໂດຍຍົກໃຫ້ເຫັນບັນດາເນື້ອໃນທີ່ສຳຄັນຫຼາຍດ້ານ ສົມທຽບໃສ່ພຶດຕິກຳຕົວຈິງ ພ້ອມນີ້ ກໍໄດ້ຜ່ານບົດແນະນໍາ 28/ ຄຈສພ, ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ແຂັ້ມແຂງໜັກແໜ້ນ ເພື່ອເຮັດໃຫ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ດໍາເນີນໄປຢ່າງຖືກຕ້ອງ, ເປັນເອກະພາບ ໃນທົ່ວພັກ, ຮັບປະກັນໃຫ້ມີການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຈາກຄະນະພັກແຕ່ລະຂັ້ນ, ມີຄະນະຮັບຜິດຊອບ, ມີກົນໄກປະສານງານລະອຽດ ລະຫວ່າງ ຄະນະພັກຂັ້ນເທິງ, ຄະນະຮັບຜິດຊອບ ແລະ ບັນດາການຈັດຕັ້ງຮາກຖານພັກ ແລະຫນ່ວຍພັກທີ່ຂື້ນກັບ; ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງທາງດ້ານທັດສະນະ ແລະ ວິທີການຕີລາຄາການຈັດຕັ້ງພັກ, ສະມາຊິກພັກ ຖືເອົາຄຸນນະພາບເປັນກົກ, ເອົາສະພາບການຕົວຈິງ ແລະ ຜົນສໍາເລັດຕົວຈິງເປັນໄມ້ຫຼາວັດແທກ ຕາມມາດຕະຖານທີ່ກຳນົດໄວ້ ທັງເຮັດໃຫ້ຄະນະພັກ, ຄະນະຫນ່ວຍ ແລະ ສະມາຊິກພັກ ຮັບຮູ້ເຂົ້າໃຈຕໍ່ເນື້ອໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງເລິກເຊິ່ງກວ້າງຂວາງ ແລະ ພ້ອມກັນນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.


ຂ່າວ: ສຸກທະວີ ກອງເລຂາຄະນະພັກຮາກຖານ