ກອງປະຊຸມ ຮ່ວມຊີວິດພັກ ພະແນກເຕັກໂນໂລຊີ ແລະ ການສື່ສານ ປະຈໍາເດືອນ ພຶດສະພາ 2025

30/07/2025

ກອງປະຊຸມ ຮ່ວມຊີວິດພັກ ພະແນກເຕັກໂນໂລຊີ ແລະ ການສື່ສານ ປະຈໍາເດືອນ ພຶດສະພາ 2025

ໃນວັນທີ 29 ພຶດສະພາ 2025, ໜ່ວຍພັກພະແນກ ຕສ ແຂວງ ໄດ້ເປີດກອງປະຊຸມ ຮ່ວມຊີວິດພັກປະຈໍາເດືອນ ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ປອ ທຽນໄຊ ສະຖາພອນ ເລຂາໜ່ວຍພັກ, ຮອງຫົວໜ້າພະແນກ ຕສ ແຂວງ, ມີສະຫາຍ ຮັກສາການເລຂາຄະນະພັກຮາກຖານ, ສະຫາຍ ຄະນະພັກຮາກຖານ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມທັງໝົດ 23 ສະຫາຍ, ຍິງ 09 ສະຫາຍ.
 
 
ກອງປະຊຸມແມ່ນໄດ້ຮັບຟັງການລາຍງານຜົນການນໍາພາ-ຊີ້ນໍາ ພາຍໃນເດືອນພຶດສະພາ ໂດຍສະຫາຍ ນ. ສຸດສາຄອນ ທອງຈະເລີນ ຮອງເລຂາໜ່ວຍພັກ, ຫົວໜ້າຂະແໜງບໍລິຫານລັດດີຈີຕອນ ເຊິ່ງໄດ້ຍົກໃຫ້ເຫັນ ການນໍາພາທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ການປັບປຸງ ແລະ ປ້ອງກັນພັກ, ການນໍາພາອົງການຈັດຕັ້ງມະຫາຊົນ ແລະ ການນໍາພາປະຕິບັດໜ້າທີ່ການເມືອງ ທີ່ພົ້ນເດັ່ນ ແລະ ຍົກໃຫ້ເຫັນບັນຫາທີ່ຄົງຄ້າງ ເພື່ອປຶກສາຫາລື ແລະ ພ້ອມກັນແກ້ໄຂໃນຕໍ່ໜ້າ.
 
 
ກອງປະຊຸມ ຍັງໄດ້ຮັບການ ລາຍງານຜົນການເຂົ້າຮ່ວມກອງປະຊຸມຄົບຄະນະຂອງແຂວງ ແລະ ປະຄໍາຄິດຄໍາເຫັນຕໍ່ຮ່າງບົດສະຫຼູບຂອງໜ່ວຍພັກ ໂດຍສະຫາຍ ສົມຈິດ ໂພທິສານ ຮັກສາການເລຂາຄະນະພັກຮາກຖານ, ຊຶ່ງສະຫາຍໄດ້ຍົກເອົານິຕິກໍາສໍາຄັນໆຂອງພັກ-ລັດຖະບານ ແລະ ທິດຊີ້ນໍາຂອງເລຂາພັກແຂວງ ໃຫ້ຖືເອົາວຽກງານການເມືອງແນວຄິດ ໄປຈັດຕັ້ງເຊື່ອມຊືມໃຫ້ແກ່ສະມາຊິກພັກ ພາຍໃນໜ່ວຍໃຫ້ໄດ້ຢ່າງເລີກເຊິ່ງ ເພີ່ມສະຕິລະວັງຕົວ ແລະ ປ້ອງກັນເວນຍາມພາຍໃນສໍານັກງານ ໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍວຽກງານວິຊາສະເພາະ ໂດຍສະເພາະການກະກຽມວຽກງານຫັນເປັນທັນສະໄໝ ພາຍໃນແຂວງຈໍາປາສັກ.
 
 
ນອກຈາກນັ້ນ ກອງປະຊຸມສ່ອງແສງ ຄັ້ງນີ້ ໄດ້ມີການປະກອບຄໍາຄິດຄໍາເຫັນ ຈາກສະຫາຍສະມາຊິກພັກ ແລະ ເອກະພາບຮັບເອົາທິດຊີ້ນໍາ ຈາກສະຫາຍ ປອ ທຽນໄຊ ສະຖາພອນ ເລຂາໜ່ວຍພັກ ຊຶ່ງສະຫາຍໄດ້ ເນັ້ນໜັກບັນຫາສໍາຄັນໆ ເປັນຕົ້ນ: ການເຜີຍແຜ່ເຊື່ອມຊືມເອກະສານພັກ-ເນັ້ນການນໍາພາແນວຄິດ, ການຫັນພະນັກງານລົງກໍ່ສ້າງຮາກຖານໃຫ້ຕິດພັນກັບພໍ່ແມ່ປະຊາຊົນ, ການເພີ້ມທະວີການປ້ອງກັນເວນຍາມກົມກອງ, ການເພີ່ມທະວີອະນາໄມກົມກອງສ້າງຂະບວນການກິລາຕ່າງໆ, ເອົາໃຈໃສ່ຜັນຂະຫຍາຍວຽກງານວິຊາສະເພາະ ໃຫ້ເປັນຈຸດສຸມ ແລະ ຮ່ວມກັນປຶກສາຫາລື ແກ້ໄຂຂອດອຸດຕັນຕ່າງໆ ໃນການຄຸ້ມຄອງລັດ ແລະ ແບບແຜນວີທິເຮັດວຽກ ໃຫ້ໄດ້ໄວ.
 
ຕອນທ້າຍຂອງກອງປະຊຸມ ສະມາຊິກພັກ ໄດ້ພ້ອມກັນເສຍເງິນສະຕິພັກ ໃນເດືອນພຶດສະພາ ແລະ ກອງປະຊຸມໄດ້ປິດລົງ.
 
ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ.

 

ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ເຕືອນໄພ ລະວັງຕົກເປັນເຫຍື່ອຂອງມິດສາຊີບ
ສ້າງ QR Code ສຳລັດພາກລັດ
ວິດີໂອ ການນຳໃຊ້ລະບົບຫ້ອງການທັນສະໄໜ
ຈຳນວນຜູ້ເຂົ້າເບີ່ງເວັບໄຊທ໌
ຕິດຕາມພວກເຮົາທາງ Facebook