ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງອິນເຕີເນັດ ແລະ ວຽກງານຫັນເປັນດີຈີຕອນ ປະຈຳປີ 2024

29/07/2025

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງອິນເຕີເນັດ ແລະ ວຽກງານຫັນເປັນດີຈີຕອນ ປະຈຳປີ 2024

ຕອນເຊົ້າວັນທີ 22 ພຶດສະພາ 2025 ຄະນະກຳມະການຄຸ້ມຄອງອິນເຕີເນັດ ແລະ ຄະນະກຳມະການຫັນເປັນດີຈີຕອນ ໃນທົ່ວແຂວງຈຳປາສັກ ໄດ້ເປີດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງອິນເຕີເນັດ ແລະ ວຽກງານຫັນເປັນດີຈີຕອນ ປະຈຳປີ2024 ແລະ ທິດທາງແຜນການ ປີ 2025 ໃຫ້ກຽດເປັນປະທານໂດຍ ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງຈຳປາສັກ, ມີທ່ານ ສົມຈິດ ໂພທິສານ ຮັກສາການຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ, ມີການນຳຂັ້ນແຂວງ, ການນຳຂັ້ນເມືອງ ແລະ ນະຄອນປາກເຊ, ພ້ອມດ້ວຍພະນັກງານວິຊາການພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງເຂົ້າຮ່ວມຈຳນວນ 75 ທ່ານ, ຍີງ 20 ທ່ານ.

ທ່ານ ສົມຈິດ ໂພທິສານ ຮັກສາການຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ແລະ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄຸ້ມຄອງອິນເຕີເນັດ ສະບັບເລກທີ 1538/ຈຂ.ຈສ ລົງວັນທີ 31 ທັນວາ 2024, ຂໍ້ຕົກລົງວ່າດ້ວຍການແຕ່ງຄະນະກຳມະການຫັນເປັນດີຈີຕອນ ສະບັບເລກທີ 368/ຈຂ.ຈສ, ລົງວັນທີ 2 ເມສາ 2024.

ຈາກນັ້ນທ່ານ ປອ ທຽນໄຊສະຖາພອນ ຮອງຫົວໜ້າພະແນກ ຕສ ກອງເລຂາ ຄຄອຂ ໄດ້ຂື້ນຜ່ານຮ່າງບົດສະຫລູບ ໂດຍຫຍໍ້ ໃນການຈັດຕັ້ງປະຕິບັດວຽກງານທັງສອງຄະນະກຳມະການ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025, ເຊີ່ງໄດ້ຍົກໃຫ້ເຫັນການປະຕິບັດວຽກງານໄດ້ຮັບຜົນສຳເລັດຫຼາຍດ້ານໃນໄລຍະຜ່ານມາ ເປັນຕົ້ນ: ວຽກການຄຸ້ມຄອງບໍລິຫານລັດດ້ວຍລະບົບດີຈີຕອນ ສາມາດຂະຫຍາຍການນໍາໃຊ້ ແພັລດຟອມ ລະບົບຫ້ອງການທັນສະໄໝ (e-Office) ໃຫ້ແກ່ 2 ຫ້ອງການ (ຫ້ອງວ່າການແຂວງ ແລະ ພະແນກເຕັກໂນໂລຊິ ແລະ ການສື່ສານແຂວງ); ລະບົບ ຫ້ອງການທັນສະໄໝ (U-Office) ໄດ້ທົດລອງ ແລະ ນໍາໃຊ້ ຢູ່ 33 ກົມກອງ; ລະບົບອີເມວ (e-mail) ມີ 10 ພາກສ່ວນ, 496 ບັນຊີລາຍຊື່; ລະບົບຈັດເກັບເອກະສານຮ່ວມກັນຂອງພາກລັດ G-Share/G-Drive ໄດ້ 2,163 ບັນຊີລາຍຊື່; ລະບົບສື່ສານພາກລັດ (G-Chat)ໄດ້ 2,166 ລາຍຊື່ ໂດຍລວມແລ້ວ ສາມາດຂະຫຍາຍການນໍາໃຊ້ ກວມເອົາ 25% ຂອງຈໍານວນພະນັກງານທັງໝົດ ພາຍໃນແຂວງແຂວງຈໍາປາສັກ; ລະບົບເວັບໄຊຂອງພາກລັດ (G-Web Platform)ນໍາໃຊ້ໄດ້ 3 ພາກສ່ວນ; ລະບົບເຄືອຂ່າຍພາຍໃນພາກລັດ (G-Net) ໄດ້ 1 ຫ້ອງການ ທີ່ສາມາດເຊື່ອມໂຍງເຂົ້າຫາລະບົບບໍລິການດີຈີຕອນເປັນຕົ້ນ ລະບົບກອງປະຊຸມທາງໄກ, ລະບົບສູນຂໍ້ມູນພາກລັດ ແລະ ລະບົບຫ້ອງການທັນສະໄໝ ໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພ ແລະ ລະບົບກອງປະຊຸມທາງໄກ (Video Conference): ໄດ້ນໍາໃຊ້ ຢູ່ບັນດາພະແນກການ, ກົມກອງອ້ອມຂ້າງແຂວງ ເມືອງ ແລະ ນະຄອນປາກເຊ ທັງໝົດຈຳນວນ 35 ກົມກອງ, ມີ 37ຊຸດອຸປະກອນ ແລະ ສ້າງບັນຊີຜູ້ນຳໃຊ້ທັງໝົດ 40 ບັນຊີ; ນອກນັ້ນ ຍັງມີບັນຊີຂາອອກ-ຂາເຂົ້າ ໃນທົ່ວແຂວງ ຈໍານວນ 45 ກົມກອງ ສາມາດຮອງຮັບໃຫ້ແກ່ ການຈໍລະຈອນເອກະສານທາງເອເລັກໂຕຼນິກ ຂອງລັດຖະບານໄດ້,

ກອງປະຊຸມ ຍັງໄດ້ເປັນເອກະພາບຢ່າງສູງຕໍ່ຮ່າງບົດສະຫຼູບ ແລະ ໄດ້ຮັບຟັງການປະກອບຄໍາຄິດຄຳເຫັນຢ່າງກົງໄປກົງມາ ບາງວຽກທີ່ພົ້ນເດັ່ນ ໂດຍສະເພາະແມ່ນການຫັນເປັນທັນສະໄໝ ໃນການຄຸ້ມຄອງລັດດ້ວຍດີຈີຕອນຕາມສາຍຕັ້ງ ເປັນຕົ້ນ: ວຽກການຄຸ້ມຄອງງົບປະມານ ທີ່ໄດ້ມີການນໍາໃຊ້ແພັດຟອມ ມີ 6 ລະບົບ (ລະບົບສໍາລະພັນທະງົບປະມານແຫ່ງລັດແບບລວມສູນ(Fin Link) ລວມສູນການຈັດເກັບລາຍຮັບພາສີອາກອນ, ຄ່າທໍານຍມຄ່າບໍລິການຊໍາລະຜ່ານທະນາຄານ ແລະ ໄດ້ເຊື່ອມຕໍ່ ກັບລະບົບຊໍາລະ LAP net ຂອງທະນາຄານແຫ່ງ ສປປ ລາວ, ລະບົບຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າ ເຄື່ອງຂອງ ແລະ ຜ່ານແດນ, ລະບົບຄຸ້ມຄອງຂໍ້ມູນຂ່າວສານ ລາຍຮັບສວຍສາອາກອນ (Tax RIS), ການຈັດເກັບລາຍຮັບຄ່າເຊົ່າ-ສໍາປະທານ, ລະບົບການຈັດເກັບລາຍຮັບຄ່າທໍານຽມ-ຄ່າບໍລິການ (Easy Pass/Fin Pass) ແລະ ລະບົບຂໍ້ມູນ, ເຊື່ອຕໍ່, ວິເຄາະວິໄຈ, ເຜີຍແຜ່ຂໍ້ມູນຂ່າວສານການເງິນພາກລັດ (Lao FIDA). ຂ່າວສານພາກລັດ); ວຽກການສົ່ງເສີມດໍາເນີນທຸລະກິດ SME, Star Up, ການຄ້າອອນລາຍ ລວມທັງການສົ່ງເສີມເຕັກໂນໂລຊີດີຈີຕອນ;

ໃນຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງຄໍາເຫັນຊີ້ນໍາ ຂອງທ່ານ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ເຊິ່ງທ່ານໄດ້ເນັ້ນ ໃຫ້ພະແນກເຕັກໂນໂລຊີ ແລະ ການສື່ສານ ທີ່ເປັນເສນາທີການໃນວຽກງານດັ່ງກ່າວ ເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍແຜນພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ ໄປຕາມ 9 ຈຸດສຸມ, 18 ແຜນງານ 14 ໂຄງການ, ເອົາໃຈໃສ່ໃນການສັງລວມເອົາບັນຫາຕ່າງໆ ລວມທັງເນື້ອໃນຈິດໃຈຂອງກອງປະຊຸມ ເພື່ອນໍາໄປປັບປຸງແກ້ໄຂ ເຂົ້າໃນທິດທາງແຜນການຕໍ່ໜ້າ, ທັງເປັນເຈົ້າການຢ່າງແຂງແຮງ ໃຫ້ແກ່ຄະນະກໍາມະການຂັ້ນແຂວງ ເພື່ອຫັນເປັນດີຈີຕອນ ແລະ ຄະນະກໍາມະການຄຸ້ມຄອງອິນເຕີເນັດແຂວງຈໍາປາສັກ, ພິເສດທ່ານຍັງໄດ້ເນັ້ນໜັກບັນຫາສໍາຄັນຕໍ່ບັນດາທ່ານ ໃນຄະນະກໍາມະການທັງ 2 ຄະນະກໍາມະການ ດັ່ງນີ້: 1. ນໍາເອົາແນວທາງນະໂຍບາຍຂອງພັກແລະ ລັດຖະບານວາງອອກ ໄປຈັດຕັ້ງຜັນຂະຫຍາຍໄປສູ່ລວງເລີກ ແລະ ເປັນອັນລະອຽດ, 2. ປະຕິບັດຕາມພາລະບົດບາດ ແລະ ຄວາມຮັບຜິດຊອບ ທີ່ໄດ້ກໍານົດໄວ້ໃນຂໍ້ຕົກລຂອງ 2 ຄະນະກໍາມະການ ໃຫ້ຈະແຈ້ງ ແລະ ເປັນຮູບປະທໍາ, 3. ເລ່ງສ້າງ ແລະ ປັບປຸງລະບົບຖານຂໍ້ມູນ ເພື່ອໃຫ້ຮັບປະກັນ ການເຊື່ອມໂຍງ ເຊື່ອມຈອດ ໃນຂອບເຂດທົ່ວແຂວງ, 4. ເຄື່ອນໄຫວໂຄສະນາເຜີຍແຜ່ ການນໍາໃຊ້ສືສັງຄົມອອນລາຍໃຫ້ມີຄວາມປອດໄພ ແລະ ເປັນປະໂຫຍດ, 5. ສ້າງບຸກຄະລາກອນ ໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານທິດສະດີ ແລະ ວິຊາສະເພາະ ຢ່າງແຂງແຮງ ເພື່ອຮອງຮັບໃຫ້ແກ່ການຈັດຕັ້ງຜັນຂະຫຍາຍວຽກງານຫັນເປັນດີຈີຕອນ ຂອງແຂວງ.

ພາບ-ຂ່າວ: ຂະແໜງຄວາມປອດໄພໄຊເບີ

 

ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ເຕືອນໄພ ລະວັງຕົກເປັນເຫຍື່ອຂອງມິດສາຊີບ
ສ້າງ QR Code ສຳລັດພາກລັດ
ວິດີໂອ ການນຳໃຊ້ລະບົບຫ້ອງການທັນສະໄໜ
ຈຳນວນຜູ້ເຂົ້າເບີ່ງເວັບໄຊທ໌
ຕິດຕາມພວກເຮົາທາງ Facebook