ພະແນກ ຕສ ເຜີຍແຜ່ການນໍາໃຊ້ສື່ສັງຄົມອອນລາຍ ໃຫ້ເປັນປະໂຫຍດ ແລະ ປອດໄພ ທີ່ໂຮງຮຽນມັດທະຍົມສົມບູນໂພນທອງ ເມືອງໂພນທອງ ແຂວງຈຳປາສັກ
08/05/2025

ໃນຕອນເຊົ້າຂອງວັນທີ 29 ເມສາ 2025, ພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງຈໍາປາສັກ ແລະ ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ (ຄຄອຂ), ໄດ້ຈັດກອງເຜີຍແຜ່ການນໍາໃຊ້ສື່ສັງຄົມອອນລາຍໃຫ້ເປັນປະໂຫຍດ ແລະ ປອດໄພ ຂຶ້ນທີ່ສະໂມສອນໂຮງຮຽນມັດທະຍົມສົມບູນໂພນທອງ ເມືອງໂພນທອງ ແຂວງຈຳປາສັກ, ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ປອ.ທຽນໄຊ ສະຖາພອນ ຫົວໜ້າກອງເລຂາຄະນະກໍາມະການຄຸ້ມຄອງອິນເຕີເນັດ ຮອງຫົວໜ້າພະແນກ ຕສ ແຂວງ, ມີຕ່າງໜ້າຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ, ມີບັນດາຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງທີ່ກ່ຽວຂ້ອງ, ແຂກຖືກເຊີນ, ພ້ອມດ້ວຍຄູອາຈານ ແລະ ນັກຮຽນ ເຂົ້າຮ່ວມທັງໝົດ 173ຄົນ, ຍີງ 65 ຄົນ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ປອ. ທຽນໄຊ ສະຖາພອນ ຫົວໜ້າກອງເລຂາ ຄຄອຂ, ຮອງຫົວໜ້າພະແນກ ຕສ ແຂວງ ມີຄໍາເຫັນວ່າ: ການຈັດກອງຊຸມເຜີຍແຜ່ການນໍາໃຊ້ສື່ສັງຄົມອອນລາຍ ຄັ້ງນີ້ສຸດທີ່ມີຄວາມໝາຍ ແລະຄວາມສໍາຄັນ, ເຊີ່ງຕິດພັນກັບການສ້າງຂະບວນຕ້ອນຮັບກອງປະຊຸມໃຫ່ຍສາມຂັ້ນຂອງແຂວງ ແລະ ທັງເປັນການປູກຈິດສໍານຶກໃຫ້ນ້ອງນ້ອຍນັກຮຽນ ໄດ້ຮັບຮູ້ເຂົ້າໃຈຜົນປະໂຫຍດ ແລະ ໂທດຂອງການນໍາໃຊ້ສື່ສັງຄົມອອນລາຍ ເພື່ອຫຼີກເວັ້ນການກະທໍາຜິດໃນການນໍາໃຊ້ອິນເຕີເນັດ ຫຼື ສື່ສັງຄົມອອນລາຍໄປໃນທາງທີ່ຜິດເຊັ່ນ: ການນໍາໃຊ້ຄໍາສັບທີ່ບໍ່ສຸພາບເຂົ້າໃນລະບົບຄອມພິວເຕີ, ການວິຈານຜູ້ອື່ນ-ໃສ່ຮ້າຍປ້າຍສີໃນທາງເຊື່ອມເສຍຈົນເກີດຄວາມເສຍເຫຍ, ການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີ ຫຼື ການໂຄສະນາຄ້າຂາຍສິ່ງທີ່ຜິດກົດໝາຍຜ່ານສື່ອອນລາຍ. ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ທຸກຄົນ ຈົ່ງມີສະຕິແລະ ນໍາໃຊ້ສື່ອອນລາຍຢ່າງຖືກຕ້ອງ, ສ້າງສັນ ເພື່ອບໍ່ໃຫ້ເກີດໂທດແກ່ຕົນເອງ. ຍ້ອນແນວນັ້ນ, ພວດເຮົາທຸກຄົນຕ້ອງເປັນເຈົ້າການຊ່ວຍສຶກສາອົບຮົມ, ແນະນໍາຄອບຄົວ, ໝູ່ເພື່ອນ ໃຫ້ພິຈາລະນາການນໍາໃຊ້ສື່ສັງຄົມອອນລາຍຢ່າງມີສະຕິ, ຖືກຕ້ອງ ແລະ ຖີ່ຖ້ວນກ່ອນໃຊ້ສື່ສັງຄົມອອນລາຍ.

ຈາກນັ້ນ, ນັກວິທະຍາກອນຂັ້ນແຂວງ, ຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງ, ກໍໄດ້ຜັດປ່ຽນກັນຂື້ນແນະນຳ ແລະ ຜ່ານເອະສານເຊິ່ງປະກອບມມີເອກະສານການຮຽນຮູ້ທາງອອນລາຍ, ການປູກຈິດສຳນຶກຄວາມປອດໄພໄຊເບີ, ສະກັດກັ້ນການສວຍໃຊ້ສື່ສັງຄົມອອນລາຍ ໃນການກໍ່ອາດຊະຍາກໍາ, ສະຕິຕໍ່ການບໍ່ຖືກຫຼອກລວງທາງອອນລາຍ, ການໃຊ້ມືຖືຮຽນຮູ້ທາງອອນລາຍ ແລະ ພື້ນຖານການນຳໃຊ້ AI.
ທ່ານ ປອ.ທຽນໄຊ ສະຖາພອນ ກ່າວຕອນທ້າຍອີກວ່າ: ພະແນກ ຕສ ຂອງພວກເຮົາ ຍັງມີສູນຝຶກທັກສະ ແລະ ພັດທະນາດ້ານເຕັກໂນໂລຊີດີຈີຕອນ ເພື່ອສ້າງຄວາມເຂັ້ມແຂງດ້ານວິຊາການ ໃຫ້ພະນັກງານໃນກົມກອງອອ້ມຂ້າງແຂວງ, ແລະ ນັກຮຽນ, ນັກສຶກສາ ທີ່ຕ້ອງການຮຽນຮູ້ເຕັກໂນໂລຊີ ແລະ ນະວັດຕະກຳ ອັນໃໝ່, ສຳລັບການເຜີຍແຜ່ເອກະສານ ຄັ້ງນີ້ແມ່ນຈະສືບຕໍ່ເຄື່ອນໄຫວເຜີຍແຜ່ໃຫ້ບັນດາເມືອງໃນທົ່ວແຂວງ, ຈາກນັ້ນ ກໍຈະເຄື່ອນໄຫວເຜີຍແຜ່ຕາມສະຖາບັນການສຶກສາ ເຊັ່ນ: ມະຫາວິທະຍາໄລຈໍາປາສັກ, ວິທະຍາໄລເຕັກນິກວິຊາຊີບ, ວິທະຍາໄລຄູປາກເຊ ແລະ ພາກ ສ່ວນອຶ່ນໆຕຶ່ມອີກ.



ພາຍ-ຂ່າວ: ຂະແໜງຄວາມປອດໄພໄຊເບີ