ພະແນກ ຕສ ເຜີຍແຜ່ການນໍາໃຊ້ສື່ສັງຄົມອອນລາຍ ໃຫ້ເປັນປະໂຫຍດ ແລະ ປອດໄພ ທີ່ໂຮງຮຽນມັດທະຍົມສາມັນກິນ ນອນຊົນເຜົ່າ ນະຄອນປາກເຊ ແຂວງຈຳປາສັກ

08/05/2025

ພະແນກ ຕສ ເຜີຍແຜ່ການນໍາໃຊ້ສື່ສັງຄົມອອນລາຍ ໃຫ້ເປັນປະໂຫຍດ ແລະ ປອດໄພ ທີ່ໂຮງຮຽນມັດທະຍົມສາມັນກິນ ນອນຊົນເຜົ່າ ນະຄອນປາກເຊ ແຂວງຈຳປາສັກ

ໃນວັນທີ 27 ມີນາ 2025, ພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງຈໍາປາສັກ ພ້ອມດ້ວຍ ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ (ຄຄອຂ) ໄດ້ຈັດກອງປະຊຸມເຜີຍແຜ່ການນໍາໃຊ້ສື່ສັງຄົມອອນລາຍໃຫ້ເປັນປະໂຫຍດ ແລະ ປອດໄພ ຢູ່ທີ່ສະໂມສອນໂຮງຮຽນມັດທະຍົມສາມັນກິນນອນຊົນເຜົ່າ ນະຄອນປາກເຊ ແຂວງຈຳປາສັກ, ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ປອ ທຽນໄຊ ສະຖາພອນ ຫົວໜ້າກອງເລຂາ ຄະນະກໍາມະການຄຸ້ມຄອງອິນເຕີເນັດ, ຮອງຫົວໜ້າພະແນກ ຕສ ແຂວງ, ມີທ່ານ ພັທ ຄຳສະໝຸດ ຜິວຜ່ອງ ຫົວໜ້າຫ້ອງ 509 ປກສ ແຂວງ, ທ່ານ ນ. ປະພັດສອນ ພະພີມພາ ພະແນກສຶກສາທິການ ແລະ ກິລາ ແຂວງ ມີບັນດາຫົວໜ້າ-ຮອງຫົວໜ້າຂະແໜງ, ວິຊາການ, ພ້ອມດ້ວຍຄູອາຈານ ແລະ ນັກຮຽນ ຈາກໂຮງຮຽນ ມ ປາຍພອນສະຫວັນ, ມສ ໂພນໄຊ, ມສ ຂົວຕະພານ, ມສ ປາກເຊ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າເຂົ້າຮ່ວມທັງໝົດ 278 ຄົນ, ຍິງ 162 ຄົນ.
 
 
ທ່ານ ປອ. ທຽນໄຊ ສະຖາພອນ ຮອງຫົວໜ້າພະແນກ ຕສ ແຂວງ ມີຄໍາເຫັນຕໍ່ກອງປະຊຸມວ່າ: ການຈັດກອງຊຸມເຜີຍແຜ່ການນໍາໃຊ້ສື່ສັງຄົມອອນລາຍ ຄັ້ງນີ້ສຸດທີ່ມີຄວາມໝາຍ ແລະ ຄວາມສໍາຄັນ, ເຊີ່ງຕິດພັນກັບການສ້າງຂະບວນຕ້ອນຮັບກອງປະຊຸມໃຫ່ຍສາມຂັ້ນຂອງແຂວງ ແລະ ທັງເປັນປູກຈິດສໍານຶກ ໃຫ້ນ້ອງນ້ອຍນັກຮຽນ ໄດ້ຮັບຮູ້ເຂົ້າໃຈຜົນປະໂຫຍດ ແລະ ໂທດຂອງການນໍາໃຊ້ສື່ສັງຄົມອອນລາຍ ເພື່ອຫຼີກເວັ້ນການກະທໍາຜິດໃນການນໍາໃຊ້ສື່ສັງຄົມອອນລາຍໄປໃນທາງທີ່ຜິດເຊັ່ນ: ການນໍາໃຊ້ຄໍາສັບທີ່ບໍ່ສຸພາບເຂົ້າໃນລະບົບຄອມພິວເຕີ, ການວິຈານຜູ້ອື່ນ - ໃສ່ຮ້າຍປ້າຍສີໃນທາງເຊື່ອມເສຍ ຈົນເກີດຄວາມເສຍເຫຍ, ການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີ ແລະ ການໂຄສະນາຄ້າຂາຍສິ່ງທີ່ຜິດກົດໝາຍຜ່ານສື່ອອນລາຍ. ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ທຸກຄົນ ຈົ່ງມີສະຕິໃນນໍາໃຊ້ສື່ອອນລາຍຢ່າງຖືກຕ້ອງ, ສ້າງສັນ ເພື່ອບໍ່ໃຫ້ເກີດໂທດແກ່ຕົນເອງ ແລະ ທຸກຄົນຕ້ອງເປັນເຈົ້າການຊ່ວຍສຶກສາອົບຮົມໃຫ້ແກ່ຄອບຄົວ, ໝູ່ເພື່ອນ ໃນການນໍາໃຊ້ສື່ສັງຄົມອອນລາຍຢ່າງມີສະຕິ, ຖືກຕ້ອງ ແລະ ຖີ່ຖ້ວນກ່ອນໃຊ້ສື່ສັງຄົມອອນລາຍ.
 
 
ການເຜີຍແຜ່ໃນຄັ້ງນີ້ປະກອບມີ 5 ຫົວຂໍ້ຄື:
1. ການປູກຈິດສໍານືກຄວາມປອດໄພໄຊເບີ;
2. ການຮຽນຮູ້ທາງອອນລາຍ;
3. ສະກັດກັ້ນການສວຍໃຊ້ສື່ສັງຄົມອອນລາຍ ກໍ່ອາດຊະຍາກໍາ,;
4. ສະຕິຕໍ່ການບໍ່ຖືກຫຼອກລວງທາງອອນລາຍ;
5. ວິທີການໃຊ້ມືຖືໃຫ້ມີຄວາມປອດໄພ.
 
 
ໃນກອງປະຊຸມເຜີຍແຜ່ໃນຄັ້ງນີ້ ໄດ້ມີບັນດາບໍລິສັດ ເຂົ້າຮ່ວມສ້າງກິດຈະກຳ ປະກອບມີ ບໍລິສັດ ລາວໂທລະຄົມ ມະຫາຊົນ, ບໍລິສັດ ສະຕາໂທລະຄົມ, ບໍລິສັດ ລາວເອຊີ ເທເລຄອມ ສ້າງກິດຈະກຳຕອບຄຳຖາມກ່ຽວກັບການປູກຈິດໄຕ້ສຳນືກການນໍາໃຊ້ສື່ສັງຄົມອອນລາຍ ໃຫ້ເປັນປະໂຫຍດ ແລະ ປອດໄພ ເພື່ອແລກ ຂອງລາງວັນໃຫ້ແກ່ຄູອາຈານ ແລະ ນັກຮຽນ ທີ່ເຂົ້າຮ່ວມໃນງານ.
 
 
ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ.ທຽນໄຊ ສະຖາພອນ ຍັງໃດມີຄຳເຫັນກ່ຽວກັບສູນຝຶກທັກສະ ແລະ ພັດທະນາດ້ານເຕັກໂນໂລຊີດີຈີຕອນຂອງພະແນກ ເຕັກໂນໂລຊີ ແລະ ການສືສານ ແຂວງ ໃນການສ້າງຄວາມເຂັ້ມແຂງດ້ານວິຊາການ ໃຫ້ພະນັກງານໃນກົມກອງອອ້ມຂ້າງແຂວງ, ແລະ ນັກຮຽນ, ນັກສຶກສາ ທີ່ຕ້ອງການຮຽນຮູ້ເຕັກໂນໂລຊີ ແລະ ນະວັດຕະກຳອັນໃໝ່, ສຳລັບການເຜີຍແຜ່ປູກຈິດໄຕ້ສຳນືກການນໍາໃຊ້ສື່ສັງຄົມອອນລາຍໃຫ້ເປັນປະໂຫຍດ ແລະ ປອດໄພ ຄັ້ງນີ້ ແມ່ນຈະສືບຕໍ່ເຄື່ອນໄຫວເຜີຍແຜ່ໃຫ້ບັນດາສະຖາບັນການສືກສາ, ປະຊາຊົນທົ່ວສັງຄົມພາຍໃນແຂວງ.
 
 
ພາບ ແລະ ຂ່າວ: ຂະແໜງຄວາມປອດໄພໄຊເບີ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ເຕືອນໄພ ລະວັງຕົກເປັນເຫຍື່ອຂອງມິດສາຊີບ