ພະແນກ ຕສ ແຂວງ ຈໍາປາສັກ ລົງເຄື່ອນໄຫວຈັດກອງປະຊຸມຝຶກອົບຮົມວິທີການຕິດຕັ້ງ ແລະ ນໍາໃຊ້ລະບົບລາຍເຊັນເອເລັກໂຕຼນິກ (Government Softkey) ແລະ ລະບົບຫ້ອງການທັນສະໄໝ (e-Office) ໃຫ້ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການແຂວງຈໍາປາສັກ.
08/05/2025

ໃນຕອນເຊົ້າວັນທີ 04 ມີນາ 2025, ພະແນກ ຕສ ແຂວງ ຈໍາປາສັກ ໄດ້ລົງເຄື່ອນໄຫວຈັດກອງປະຊຸມຝຶກອົບຮົມວິທີການຕິດຕັ້ງ ແລະ ນໍາໃຊ້ລະບົບລາຍເຊັນເອເລັກໂຕຼນິກ ແລະ ລະບົບຫ້ອງການທັນສະໄໝໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການ ແຂວງຈໍາປາສັກ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ ສຸກກະເສີມ ສີຫານຸວົງ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງຈໍາປາສັກ, ທ່ານ ປອ ທຽນໄຊ ສະຖາພອນ ເລຂາໜ່ວຍພັກພະແນກ ຕສ, ຮອງຫົວໜ້າພະແນກ ຕສ ແຂວງຈໍາປາສັກ ມີບັນດາທ່ານຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງພ້ອມດ້ວຍພະນັກງານວິຊາການພາຍໃນຫ້ອງວ່າການເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 07 ທ່ານ.

ທ່ານ ປອ ທຽນໄຊ ສະຖາພອນ ເລຂາໜ່ວຍພັກພະແນກ ຕສ, ຮອງຫົວໜ້າພະແນກ ຕສ ແຂວງຈໍາປາສັກ ໄດ້ກ່າວເປີດກອງປະຊຸມ ແລະ ກ່າວຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ແມ່ນຈະໄດ້ຝຶກອົບຮົມວິທີການຕິດຕັ້ງ ແລະ ນໍາໃຊ້ລະບົບລາຍເຊັນເອເລັກໂຕຼນິກ (Government Softkey) ແລະ ລະບົບຫ້ອງການທັນສະໄໝ (e-Office) ຊຶ່ງເປັນການຈັດຕັ້ງຜັນຂະຍາຍນະໂຍບາຍການຫັນເປັນລັດຖະບານດີຈີຕອນ ຊຶ່ງແມ່ນ 1 ໃນ 3 ເສົາຄ້ຳໃນການຫັນເປັນດີຈີຕອນ ຂອງ ສປປ.ລາວ ຄື: ລັດຖະບານດີຈີຕອນ ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການແຂວງ ທີ່ມີບັນຊີນໍາໃຊ້ແລ້ວ.

ທ່ານ ປອ ສຸກກະເສີມ ສີຫານຸວົງ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງຈໍາປາສັກ ໄດ້ມີຄໍາເຫັນເນັ້ນໃສ່ວຽກຫັນເປັນລັດຖະບານດີຈີຕອນ ເຊິ່ງທິດລວມຂອງລັດຖະບານໃນຊຸມປີຜ່ານມາໄດ້ສຸມໃສ່ ການວາງແຜນນະໂຍບາຍ ແລະ ສະພາແຫ່ງຊາດ ໄດ້ເຫັນດີຮັບຮອງເອົາວິໄສທັດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2025) ເຊິ່ງປະກອບມີ 8 ຍຸດທະສາດ ແລະ 14 ແຜນງານ, ພ້ອມນັ້ນ ລັດຖະບານ ກໍ່ໄດ້ອອກດຳລັດ ຮັບຮອງເອົາວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ດັ່ງກ່າວເພື່ອເປັນບ່ອນອີງໃຫ້ແກ່ທ້ອງຖິ່ນ ໃນການຈັດຕັ້ງຜັນຂະຫຍາຍ, ຫ້ອງວ່າແຂວງໃນປັດຈຸບັນໄດ້ມີການຈັດຕັ້ງຜັນຂະຫຍາຍ ແລະ ນໍາໃຊ້ລະບົບດີຈີຕອນ ເຂົ້າໃນການຄຸ້ມຄອງບໍລິຫານວຽກງານລວມ ຊຶ່ງປະກອບມີ: ລະບົບກ້ອງວົງຈອນປິດ, ລະບົບກອງປະຊຸມທາງໄກ, ລະບົບ G-Chat, G-Share, ລະບົບສັນຍານກັນຂີ້ລັກ ແລະ ສຶບຕໍ່ນໍາໃຊ້ລະບົບລາຍເຊັນເອເລັກໂຕຼນິກ, ລະບົບຫ້ອງການທັນສະໄໝ ຕື່ມອີກ, ຕໍ່ບັນດາທ່ານ ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ ຂອງຫ້ອງວ່າການ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງໄດ້ພ້ອມກັນເອົາ ໃຈໃສ່ຕິດຕາມ ເກັບກໍາດ້ານນິຕິກໍາ, ຮູບແບບວິທີການນໍາໃຊ້ ເຂົ້າໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ນໍາໃຊ້ ໃຫ້ເກີດປະສິດທິຜົນ ຮັບປະກັນຄວາມປອດໄພ, ປະຢັດເວລາ ແລະ ງົບປະມານ ພ້ອມທັງເປັນບ່ອນອີງ ໃນການນໍາໄປເຜີຍແຜ່ ເພື່ອສ້າງໃຫ້ກົມກອງມີຄວາມເຂັ້ມແຂງ, ສັງຄົມມີຄວາມສະຫງົບປອດໄພ, ເພີ່ມທະວີຄວາມເອົາ ໃຈໃສ່ ນໍາເອົາມາດຕະການໃນການຈັດຕັ້ງປະຕິບັດ ຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດຜົນສໍາເລັດ.

ທ່ານ ດາວປັນຍາ ສຸວິແກ້ວ ວິຊາການຈາກຂະແໜງບໍລິຫານລັດດິຈິຕອນ ໄດ້ຂື້ນບັນຍາຍວິທີການຕິດຕັ້ງ, ນໍາໃຊ້ລະບົບລາຍເຊັນເອເລັກໂຕຼນິກ ແລະ ລະບົບຫ້ອງການທັນສະໄໝ ພ້ອມນັ້ນໄດ້ລົງເລີກແນະນໍາການຕິດຕັ້ງ ແລະ ນໍາໃຊ້ຕົວຈິງ ຊຶ່ງມີການຖາມ-ຕອບກັນລະຫວ່າງນັກສໍາມະນາກອນ ແລະ ນັກວິທະຍາກອນ ຢ່າງກົງໄປກົງມາ ໃນການນໍາໃຊ້ຕົວຈິງຫຼາຍກວ່າທິດສະດີ ແລະ ກອງປະຊຸມຝືກອົບຮົມກໍໄດ້ປິດລົງໃນວັນດຽວກັນ.

ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ