ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ຕ້ອນຮັບຄະນະຊ່ວຍວຽກຄະນະນໍາກະຊວງລົງມາຢ້ຽມຢາມ

08/05/2025

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ຕ້ອນຮັບຄະນະຊ່ວຍວຽກຄະນະນໍາກະຊວງລົງມາຢ້ຽມຢາມ

ໃນຕອນເຊົ້າວັນທີ 27 ກຸມພາ 2025, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ຕ້ອນຮັບຄະນະຊ່ວຍວຽກຄະນະນໍາກະຊວງລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ພະແນກ ຕສ ແຂວງ ເຊິ່ງການລົງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ນໍາພາໂດຍທ່ານ ພຸດທະສັກ ວິຈິດຕາ ພ້ອມຄະນະ ແລະ ຕາງໜ້າພະແນກ ຕສ ແຂວງ ຕ້ອນຮັບໂດຍທ່ານ ປອ ທຽນໄຊ ສະຖາພອນ ຄະນະພະແນກ, ພ້ອມດ້ວຍຫົວໜ້າຂະແໜງ, ຮອງຂະແໜງລວມທັງໝົດ 12 ທ່ານ, ຍິງ 3 ທ່ານ.
 
 
ຈຸດປະສົງເພື່ອຢ້ຽມຢາມ ແລະ ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງພະແນກ ຕສ ໃນໄລຍະຜ່ານມາ ທ່ານ ປອ ທຽນໄຊ ສະຖາພອນ ຄະນະພະແນກ ໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບພົ້ນເດັ່ນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາປີ 2024 ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າປີ 2025, ສະຖິຕິພະນັກງານພາຍໃນພະແນກ, ໃນພິທີແມ່ນໄດ້ເປີດໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນ ຮ່ວມກັບຄະນະປະທານ, ພ້ອມທັງພາກສະເຫນີ ບັນຫາສໍາຄັນດ້ານວິຊາສະເພາະໄປຍັງ ບັນດາກົມ, ສູນ ແລະ ສະຖາບັນ,
 
 
ກອງປະຊຸມ ກໍໄດ້ປິດລົງໃນວັນດຽວກັນ.
 
ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ເຕືອນໄພ ລະວັງຕົກເປັນເຫຍື່ອຂອງມິດສາຊີບ