ກອງປະຊຸມປືກສາຫາລື ແລກປ່ຽນບົດຮຽນ ວຽກງານຄຸ້ມຄອງອິນເຕີເນັດ, ການຫັນເປັນດິຈິຕອນ, ວຽກງານເຕັກໂນໂລຊີ ແລະ ນະວັດຕະກໍາ, ການຄຸ້ມຄອງວຽກງານໄປສະນີ ແລະ ການສືື່ສານ 4 ແຂວງພາກໃຕ້ (ຜ່ານລະບົບກອງປະຊຸມທາງໄກ).

08/05/2025

ກອງປະຊຸມປືກສາຫາລື ແລກປ່ຽນບົດຮຽນ ວຽກງານຄຸ້ມຄອງອິນເຕີເນັດ, ການຫັນເປັນດິຈິຕອນ, ວຽກງານເຕັກໂນໂລຊີ ແລະ ນະວັດຕະກໍາ, ການຄຸ້ມຄອງວຽກງານໄປສະນີ ແລະ ການສືື່ສານ 4 ແຂວງພາກໃຕ້ (ຜ່ານລະບົບກອງປະຊຸມທາງໄກ).

ໃນຕອນເຊົ້າເວລາ 08:30 ນາທີ, ວັນທີ 25 ກຸມພາ 2025, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ເຂົ້າຮ່ວມກອງປະຊຸມປືກສາຫາລື ແລກປ່ຽນບົດຮຽນ ວຽກງານຄຸ້ມຄອງອິນເຕີເນັດ, ການຫັນເປັນດິຈິຕອນ, ວຽກງານເຕັກໂນໂລຊີ ແລະ ນະວັດຕະກໍາ, ການຄຸ້ມຄອງວຽກງານໄປສະນີ ແລະ ການສືື່ສານ 4 ແຂວງພາກໃຕ້ (ຜ່ານລະບົບກອງປະຊຸມທາງໄກ). ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ພູຫວິນ ຟອງສະໝຸດ ຜູ້ຊ່ວຍວຽກຄະນະລັດຖະມົນຕີ ຊີ້ນໍາວຽກງານ ຕສ 4 ແຂວງພາກໃຕ້ ເຂົ້າຮ່ວມມີ ຫົວໜ້າພະແນກ-ຮອງຫົວໜ້າພະແນກ ແລະ ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງຈາກພະແນກ ຕສ 4 ແຂວງພາກໃຕ້: ຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ ລວມຜູ້ເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 4 ທ່ານ.
 
 
ໃນກອງປະຊຸມແມ່ນໄດ້ຮັບຟັງການກ່າວເປີດກອງປະຊຸມຂອງທ່ານປະທານ ແລະ ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງອິນເຕີເນັດ, ການຫັນເປັນດິຈິຕອນ, ວຽກງານເຕັກໂນໂລຊີ ແລະ ນະວັດຕະກໍາ, ການຄຸ້ມຄອງວຽກງານໄປສະນີ ແລະ ການສືື່ສານ ໃນໄລຍະຜ່ານມາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ພາກສະເໜີ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງພະແນກ ຕສ 4 ແຂວງພາກໃຕ້, ກອງປະຊຸມຍັງໄດ້ເປີດໃຫ້ແຕ່ລະແຂວງປະກອບຄໍາຄິດເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຫຼັງຈາກນັ້ນກໍໄດ້ຮັບຟັງທ່ານປະທານກອງປະຊຸມໂອ້ລົມ ແລະ ກ່າວປິດກອງປະຊຸມ ໃນເວລາ 11: 30 ນາທີ.
 
 
 
 
ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ເຕືອນໄພ ລະວັງຕົກເປັນເຫຍື່ອຂອງມິດສາຊີບ