ພະແນກ ຕສ ແຂວງ ຈໍາປາສັກ ເຂົ້າຮ່ວມຝືກອົບຮົມການນຳໃຊ້ລາຍເຊັນເອເລັກໂຕຣນິກ ແລະ ລະບົບຫ້ອງການທັນສະໄໝອີອັອບຟິດ E-Office ຜ່ານລະບົບກອງປະຊຸມທາງໄກ (Video conference)
08/05/2025

ໃນວັນທີ 19-21 ກຸມພາ 2025, ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ເຂົ້າຮ່ວມຝືກອົບຮົມການນຳໃຊ້ລາຍເຊັນເອເລັກໂຕຣນິກ ແລະ ລະບົບຫ້ອງການທັນສະໄໝອີອັອບຟິດ E-Office ຜ່ານລະບົບກອງປະຊຸມທາງໄກ (Video conference) ຢູ່ທີ່ຫ້ອງປະຊຸມພະແນກ ຕສ ແຂວງ.

ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍ ສູນອິນເຕີເນັດແຫ່ງຊາດ (ສອຊ) ແລະ ສູນບໍລິຫານລັດດິຈິຕອນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສົມຈິດ ໂພທິສານ, ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ, ທ່ານ ປອ ທຽນໄຊ ສະຖາພອນ ຮອງຫົວໜ້າພະແນກ ຕສ ແຂວງ, ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງໜົດ 16 ທ່ານ, ຍິງ 02 ທ່ານ. ນອກນີ້ຫຍັງມີບັນດາພະແນກ ຕສ 18 ແຂວງ ເຂົ້າຮ່ວມ ຢ່າງພ້ອມພຽງ.

ຈຸດປະສົງ ໃນການຝືກອົບຮົມໃນຄັ້ງນີ້ ເພື່ອເສີມສ້າງທັກສະ ແລະ ແລກປ່ຽນຄວາມຮູ້ຄວາມເຂົ້າໃຈກ່ຽວກັບການນຳໃຊ້ລາຍເຊັນເອເລັກໂຕຣນິກ ໃຫ້ຮູ້ຫຼັກການພື້ນຖານໃນການນຳໃຊ້, ຂັ້ນຕອນການຕິດຕັ້ງ, ຂອບເຂດຂອງການນຳໃຊ້ລາຍເຊັນເອເລັກໂຕຣິກແບບ ໃຫ້ສາມາດໝູນໃຊ້ເຂົ້າໃນວຽກງານ ແລະ ນຳໄປໃຊ້ເຊັນເອກະສານໃນລະບົບຫ້ອງການທັນສະໄໜ (e-office).

ນັກວິທະຍາກອນຈາກ ສູນອິນເຕີເນັດແຫ່ງຊາດ (ສອຊ) ແລະ ສູນບໍລິຫານລັດດິຈິຕອນ, ໄດ້ນຳສະເໜີພາບລວມກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກ, ຮູບແບບການນຳໃຊ້ລາຍເຊັນເອເລັກໂຕຣນິກໃນປະຈຸບັນ, ວິທີການນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກເຂົ້າໃນລະບົບທັນສະໄໝຕ່າງໆ, ແນະນຳວິທີການຕິດຕັ້ງ ແລະ ຕັ້ງຄ່າໂປຣແກຣມທີ່ຈຳເປັນໃນການນຳໃຊ້ລາຍເຊັນເອເລັກໂຕຣນິກ, ວິທີການລົງລາຍເຊັນເອເລັກໂຕຣນິກຂັ້ນພື້ນຖານທົົ່ວໄປ, ວິທີການກວດສອບລາຍເຊັນເອເລັກໂຕຣນິກທີ່ຖືກຕ້ອງໃນຮູບແບບເອກະສານ PDF ຜ່ານໂປຣແກຣມ Adobe Acrobat Reader ແລະ ວິທີການນຳໃຊ້ລະບົບຫ້ອງການທັນສະໄໜ (e-office) ໃນຂັ້ນ ຂາເຂົ້າ-ຂາອອກ, ຂັ້ນພະແນກ ແລະ ຂັ້ນວິຊາການ.
ກອງປະຊຸມຝືກອົບຮົມໄດ້ປິດລົງໃນເວລາ 16:00 ໂມງ ຂອງວັນທີ 21 ກຸມພາ 2025 ດ້ວຍຜົນສຳເລັດຢ່າງສູງ.
ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ