ພະແນກ ຕສ ແຂວງ ຈໍາປາສັກ ລົງເຄື່ອນໄຫວຈັດຝຶກອົບຮົມການຕິດຕັ້ງ ແລະ ນໍາໃຊ້ລະບົບ ບໍລິຫານລັດ ແບບດິຈິຕອນໃຫ້ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການແຂວງຈໍາປາສັກ.

08/05/2025

ພະແນກ ຕສ ແຂວງ ຈໍາປາສັກ ລົງເຄື່ອນໄຫວຈັດຝຶກອົບຮົມການຕິດຕັ້ງ ແລະ ນໍາໃຊ້ລະບົບ ບໍລິຫານລັດ ແບບດິຈິຕອນໃຫ້ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການແຂວງຈໍາປາສັກ.

ໃນຕອນເຊົ້າຂອງວັນທີ 13 ກຸມພາ 2025, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຈັດກອງປະຊຸມຝຶກອົບຮົມການຕິດຕັ້ງ ແລະ ນໍາໃຊ້ລະບົບບໍລິຫານລັດ ແບບດິຈິຕອນໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການ ແຂວງຈໍາປາສັກ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ທໍາມະວົງ ສຸລິຍະວົງ ຮອງຫົວໜ້າຫ້ອງວ່າການ ແຂວງຈໍາປາສັກ ທ່ານ ນາງ ແສງທະລາ ປ້ອງວິໄລ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ, ມີບັນດາທ່ານຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ ພາຍໃນຫ້ອງວ່າການເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 07 ທ່ານ.
 
 
ທ່ານ ນາງ ແສງທະລາ ປ້ອງວິໄລ ຮອງຫົວໜ້າພະແນກ ຕສ ແຂວງ ໄດ້ກ່າວເປີດກອງປະຊຸມ ແລະ ກ່າວຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ແມ່ນການຕິດຕັ້ງ ແລະ ການນໍາໃຊ້ລະບົບການຕິດຕໍ່ສື່ສານພາກລັດ (G-Chat) ແລະ ລະບົບການຈັດເກັບ-ນໍາໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share/G-Drive) ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການແຂວງ ທີ່ມີບັນຊີນໍາໃຊ້ແລ້ວ.
 
 
ຈາກນັ້ນນັກວິທະຍາກອນຈາກພະແນກ ຕສ ແຂວງ ໄດ້ຜັນປ່ຽນກັນຂຶ້ນນໍາສະເໜີ ຫົວຂໍ້ສຳຄັນເຊັ່ນ: ນໍາສະເໜີການຕິດຕັ້ງ ແລະ ນໍາໃຊ້ ລະບົບການສື່ສານພາກລັດ (G-Chat) ໃນໂທລະສັບມືຖື ແລະ ຄອມພິວເຕີ, ເເນະນໍາການຕິດຕັ້ງ ແລະ ນໍາໃຊ້ການຈັດເກັບ ແລະ ນໍາໃຊ້ຂໍ້ມູນຮ່ວມກັນພາກລັດ (G-Share/G-Drive) ໃນໂທລະສັບມືຖື ແລະ ຄອມພິວເຕີ.
 
 
ທ່ານ ທໍາມະວົງ ສຸລິຍະວົງ ຮອງຫົວໜ້າຫ້ອງວ່າການ ແຂວງຈໍາປາສັກ ໄດ້ມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ເນັ້ນຕໍ່ບັນດາທ່ານ ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ ຂອງຫ້ອງວ່າການ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຕິດຕາມ ເກັບກໍາດ້ານນິຕິກໍາ, ຮູບແບບວິທີການນໍາໃຊ້ ເຂົ້າໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ນໍາໃຊ້ເຂົ້າໃນວຽກງານຕົວຈິງ.
 
 
ກອງປະຊຸມຝືກອົບຮົມໄດ້ປິດລົງໃນເວລາ 12:00 ໂມງ ວັນດຽວກັນ ດ້ວຍຜົນສຳເລັດຢ່າງສູງ.
 
ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ເຕືອນໄພ ລະວັງຕົກເປັນເຫຍື່ອຂອງມິດສາຊີບ