08/05/2025

ໃນຕອນເຊົ້າຂອງວັນທີ 30 ມັງກອນ 2025 ທີ່ສະໂມສອນຂອງເມືອງໂຂງ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ໄດ້ເປີດກອງປະຊຸມສຳມະນາ, ເຜີຍແຜ່ ແລະ ຝືກອົບຮົມສ້າງຄວາມເຂັ້ມແຂງ ວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ໃຫ້ແກ່ພະນັກງານຫ້ອງການອ້ອມຂ້າງເມືອງ ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ຄຳສິງ ບຸນຈະເລີນ ຮອງເຈົ້າເມືອງໆໂຂງ ທ່ານ ສົມຈິດ ໂພທີສານ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານຈາກຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມທັງໝົດ 110 ທ່ານ, ຍິງ 51 ທ່ານ.
ທ່ານ ແກ້ວວິມົນ ສຸລິຍະວົງ ຫົວໜ້າຂະແໜງຄວາມປວດໄພໄຊເບີ້ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄຸ້ມຄອງອີນເຕິເນັດແຂວງ ສະບັບເລກທີ 1538/ຈຂ.ຈສ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຂັ້ນແຂວງ ເພື່ອຫັນເປັນດີຈີຕອນແຂວງຈຳປາສັກ ສະບັບເລກທີ 368/ຈສ.ຈຂ, ໃນວາລະຂອງການຝຶກອົບຮົມ ໄດ້ຮັບຟັງການນຳສະເໜິຄວາມສຳຄັນ ແລະ ຄວາມຈຳເປັນໃນການຫັນເປັນດີຈີຕອນຂອງແຂວງຈຳປາສັກ, ການນຳໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນພາກລັດ ແລະ ພາກເອກະຊົນ, ລະບົບ (M Office), ສະຕິຕໍ່ການບໍ່ຖືກຫຼອກລວງທາງສື່ສັງຄົມອອນລາຍ, ວິທີການຕິດຕັ້ງ ແລະ ນ້ຳໃຊ້ລະບົບການສື່ສານພາກລັດ (G-Chat) ໃນໂທລະສັບມືຖື ແລະ ຄອມພິວເຕີ, ການແນະນຳການຕິດຕັ້ງ ແລະ ນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ຂໍ້ມູນຮ່ວມກັນພາກລັດ (G-Share/G-Drive) ໃນໂທລະສັບມືຖື ແລະ ຄອມພິວເຕີ.
ໃນບັ້ນຝືກອົບຮົມຍັງໄດ້ເປີດກ້ວາງໃຫ້ນັກສຳມະນາກອນ ຄົ້ນຄວ້າສົນທະນາແລກປຽ່ນຄວາມຄິດເຫັນຖາມ-ຕອບ ພ້ອມຮັບຟັງຄຳເຫັນຊີ້ນຳຈາກປະທານກອງປະຊຸມ ຕໍ່ຈຸດສຸມທີ່ຈະສຶບຕໍ່ຮ່ວມກັນຈັດຕັ້ງປະຕິບັດວຽກງານຄຸ້ມຄອງອິນເຕີເນັດ ແລະ ວຽກຫັນເປັນທັນສະໄຫມ ໃນຕໍ່ຫນ້າ.
ກອງປະຊຸມໄດ້ປິດລົງ ໃນເວລາ 16:00 ໂມງ ຂອງວັນດຽວກັນ ດ້ວນຜົນສໍາເລັດຢ່າງສູງ.
ຂ່າວ: ທ່ານ ວາທະກອນ ສີວົງສາ
ພາບ: ທ່ານ ໄຊຊະນະ ແສງມະນີ