ກອງປະຊຸມສໍາມະນາສ້າງຄວາມເຂັ້ມແຂງ ວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ໃຫ້ແກ່ພະນັກງານຫ້ອງການອ້ອມຂ້າງເມືອງປາກຊ່ອງ.
08/01/2025

ຕອນເຊົ້າວັນທີ 19 ທັນວາ 2024 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຈັດກອງປະຊຸມສໍາມະນາເຜີຍແຜ່ ແລະ ຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ໃຫ້ແກ່ພະນັກງານພາຍໃນເມືອງປາກຊ່ອງ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ດຣ ຊັບພະທິບ ໄຊຍະວົງ, ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານແນວຄິດພັກ-ພະນັກງານ, ທ່ານ ນາງ ແສງທະລາ ປ້ອງວິໄລ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ. ມີບັນດາທ່ານຫົວໜ້າຫ້ອງການ, ຮອງຫ້ອງການ,ຫົວໜ້າໜ່ວຍງານອ້ອມຂ້າງເມືອງ ປາກຊ່ອງ ເຂົ້າຮ່ວມທັງໝົດ 69 ທ່ານ, ຍິງ 28 ທ່ານ.


ໃນໂອກາດນີ້ ທ່ານ ດຣ ຊັບພະທິບ ໄຊຍະວົງ, ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານແນວຄິດພັກ-ພະນັກງານ ໄດ້ມີຄຳເຫັນ ເຊິ່ງທ່ານໄດ້ເນັ້ນຕໍ່ບັນດາທ່ານການນໍາ ຂອງເມືອງທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຕິດຕາມ ເກັບກໍາດ້ານນິຕິກໍາ, ຮູບແບບວິທີການນໍາໃຊ້ເຂົ້າໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ນໍາໃຊ້ ພ້ອມທັງເປັນບ່ອນອີງໃນການນໍາໄປເຜີຍແຜ່ ເພື່ອສ້າງໃຫ້ສັງຄົມໃຫ້ມີຄວາມເຂັ້ມແຂງ ສັງຄົມມີຄວາມສະຫງົບປອດໄພ, ເພີ່ມທະວີຄວາມເອົາ ໃຈໃສ່ ນໍາເອົາມາດຕະການໃນການຈັດຕັ້ງປະຕິບັດ ຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນ ໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດຜົນສໍາເລັດ.

ໃນວາລະກອງປະຊຸມ ທ່ານ ແກ້ວວິມົນ ສຸລິຍະວົງ ຫົວໜ້າຂະແໜງ ຄວາມປອດໄພໄຊເບີ ໄດ້ເຜີຍແຜ່ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການຄຸ້ມຄອງອິນເຕີເນັດ ແຂວງຈຳປາສັກ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຂັ້ນແຂວງ ເພື່ອຫັນເປັນດີຈີຕອນ ແຂວງຈຳປາສັກ. ຫຼັງຈາກນັ້ນນັກວິທະຍາກອນຈາກພະແນກ ຕສ ແຂວງ ໄດ້ຜັນປ່ຽນກັນຂຶ້ນນໍາສະເໜີ ຫຼາຍຫົວຂໍ້ສຳຄັນເຊັ່ນ: ຄວາມສໍາຄັນ ແລະ ຄວາມຈໍາເປັນ ໃນການຫັນເປັນດີຈີຕ໋ອນຂອງ ແຂວງຈໍາປາສັກ, ສະຕິຕໍ່ການບໍ່ຖືກຫຼອກລວງທາງສື່ສັງຄົມອອນລາຍ, ການນໍາໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນພາກລັດ ແລະ ພາກເອກະຊົນ (ນໍາສະເໜີລະບົບ M-office), ນຳສະເໜີການຕິດຕັ້ງ ແລະ ນໍາໃຊ້ ລະບົບການສື່ສານພາກລັດ ຈີ - ແຊັດ (G-Chat) ໃນໂທລະສັບມືຖື ແລະ ຄອມພິວເຕີ, ເເນະນໍາການຕິດຕັ້ງ ແລະ ນໍາໃຊ້ການຈັດເກັບ ແລະ ນໍາໃຊ້ຂໍ້ມູນຮ່ວມກັນ ພາກລັດ (G-Share/G-Drive) ໃນໂທລະສັບມືຖື ແລະ ຄອມພິວເຕີ ແລະ ກໍໄດ້ປິດລົງໃນວັນດຽວກັນ.



ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ