ໜ່ວຍຊາວໜຸ່ມຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຈໍາປາສັກ ຮັບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ
08/01/2025

ໃນຕອນເຊົ້າຂອງວັນທີ 19 ທັນວາ 2024 ໜ່ວຍຊາວໜຸ່ມຮາກຖານ ພະເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ເຂົ້າຮ່ວມພິທີມອບ - ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ, ພິທີຈັດຂື້ນຢູ່ ຫໍວັດທະນະທຳບັນດາເຜົ່າຫຼັກ 7 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ໃຈສະຫວັນ ຈັນວັນຄຳ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຈຳປາສັກ, ມີທ່ານ ວາທະກອນ ສີວົງສາ ເລຂາໜ່ວຍຊາວໜຸ່ມຮາກຖານ ພະແນກ ຕສ ພ້ອມຄະນະ ແລະ ສະມາຊິກຊາວໜຸ່ມ ພາຍໃນພະແນກເຂົ້າຮ່ວມ.


ຈາກນັ້ນສະຫາຍ ນາງ ອ້ອຍໃຈ ໄຊມົນຕີ ຫົວໜ້າຂະແໜງຈັດຕັ້ງ-ກວດກາຫ້ອງການຊາວໜຸ່ມແຂວງ ໄດ້ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຈຳປາສັກ ເລກທີ 268, 270, 273, 274, 276 ວ່າດ້ວຍການຍ້ອງຍໍທຸງໄຊນຳໜ້າຂະບວນການ 4 ບຸກໃຫ້ແກ່ຊາວຮາກຖານ-ໜ່ວຍຊາວໜຸ່ມຮາກຖານ ທີ່ມີຜົນງານພົ້ນເດັ່ນໃນສະໄໝທີ VIII(2020-2024).
ໃນຕອນທ້າຍພິທີ ສະຫາຍ ໃຈສະຫວັນ ຈັນວັນຄຳ ຮອງເຂລາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຈຳປາສັກ ຍັງໃຫ້ກຽດມີຄຳເຫັນໂອ້ລົມ ແລະ ມອບທຸງໄຊນຳໜ້າຂະບວນການ 4 ບຸກ ໃຫ້ແກ່ຊາວໜຸ່ມຮາກຖານ - ໜ່ວຍຊາວໜຸ່ມຮາກຖານ ທັງ 5 ພາກສ່ວນຕື່ມອີກ.


ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ