ກອງປະຊຸມສໍາມະນາສ້າງຄວາມເຂັ້ມແຂງ ວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ໃຫ້ແກ່ພະນັກງານຫ້ອງການອ້ອມຂ້າງເມືອງ ບາຈຽງຈະເລີນສຸກ.
08/01/2025

ຕອນເຊົ້າວັນທີ 18 ທັນວາ 2024 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຈັດກອງປະຊຸມສໍາມະນາເຜີຍແຜ່ ແລະ ຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ໃຫ້ແກ່ພະນັກງານພາຍໃນເມືອງ ບາຈຽງຈະເລີນສຸກ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນາງ ທອງລ່ຽນ ສຸລະທາທອນ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງບາຈຽງຈະເລີນສຸກ, ທ່ານນາງ ແສງທະລາ ປ້ອງວິໄລ ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຈໍາປາສັກ. ມີບັນດາທ່ານຫົວໜ້າຫ້ອງການ, ຮອງຫ້ອງການ, ຫົວໜ້າໜ່ວຍງານອ້ອມຂ້າງເມືອງ ບາຈຽງຈະເລີນສຸກ ເຂົ້າຮ່ວມທັງໝົດ 47 ທ່ານ, ຍິງ 22 ທ່ານ.



ໃນວາລະກອງປະຊຸມ ທ່ານ ພູນສະຫວັດ ໄຊຍະວົງສາ ຮອງຫົວໜ້າຂະແໜງຄວາມປອດໄພໄຊເບີ ໄດ້ເຜີຍແຜ່ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການຄຸ້ມຄອງອິນເຕີເນັດ ແຂວງຈຳປາສັກ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຂັ້ນແຂວງ ເພື່ອຫັນເປັນດີຈີຕອນ ແຂວງຈຳປາສັກ. ຫຼັງຈາກນັ້ນນັກວິທະຍາກອນຈາກພະແນກ ຕສ ແຂວງ ໄດ້ຜັນປ່ຽນກັນຂຶ້ນນໍາສະເໜີ ຫຼາຍຫົວຂໍ້ສຳຄັນເຊັ່ນ: ຄວາມສໍາຄັນ ແລະ ຄວາມຈໍາເປັນ ໃນການຫັນເປັນດີຈີຕ໋ອນຂອງ ແຂວງຈໍາປາສັກ, ສະຕິຕໍ່ການບໍ່ຖືກຫຼອກລວງທາງສື່ສັງຄົມອອນລາຍ, ການນໍາໃຊ້ເຕັກໂນໂລຊີດີຈີຕອນ ເຂົ້າໃນພາກລັດ ແລະ ພາກເອກະຊົນ (ນໍາສະເໜີລະບົບ M-office), ນຳສະເໜີການຕິດຕັ້ງ ແລະ ນໍາໃຊ້ ລະບົບການສື່ສານພາກລັດ ຈີ - ແຊັດ (G-Chat) ໃນໂທລະສັບມືຖື ແລະ ຄອມພິວເຕີ, ເເນະນໍາການຕິດຕັ້ງ ແລະ ນໍາໃຊ້ການຈັດເກັບ ແລະ ນໍາໃຊ້ຂໍ້ມູນຮ່ວມກັນ ພາກລັດ (G-Share/G-Drive) ໃນໂທລະສັບມືຖື ແລະ ຄອມພິວເຕີ ແລະ ກໍໄດ້ປິດລົງໃນວັນດຽວກັນ.

ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ