ກອງປະຊຸມສໍາມະນາສ້າງຄວາມເຂັ້ມແຂງ ວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ໃຫ້ແກ່ພະນັກງານຫ້ອງການອ້ອມຂ້າງເມືອງປະທຸມພອນ.
08/01/2025

ໃນວັນທີ 11 ທັນວາ 2024 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຈັດກອງປະຊຸມສໍາມະນາເຜີຍແຜ່ ແລະ ຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ໃຫ້ແກ່ພະນັກງານພາຍໃນເມືອງປະທຸມພອນ ໂດຍໃຫ້ກຽດເປັນປະທານຮ່ວມ ທ່ານ ກິ່ງແກ້ວ ນະວະພົມ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆປະທຸມພອນ, ທ່ານນາງ ແສງທະລາ ປ້ອງວິໄລ ຮອງຫົວໜ້າ ພະແນກເຕັກໂນໂລຊີແລະການສື່ສານ ແຂວງຈໍາປາສັກ. ມີບັນດາທ່ານຫົວໜ້າຫ້ອງການ, ຮອງຫ້ອງການ, ຫົວໜ້າໜ່ວຍງານ ອ້ອມຂ້າງເມືອງປະທຸມພອນ ເຂົ້າຮ່ວມທັງໝົດ 60 ທ່ານ, ຍິງ 32 ທ່ານ.

ທ່ານ ນາງ ແສງທະລາ ປ້ອງວິໄລ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ຂຶ້ນກ່າວເປີດກອງປະຊຸມສໍາມະນາ ເຜີຍແຜ່ ແລະ ຝຶກອົບຮົມວຽກງານການຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ຢູ່ເມືອງປະທຸມພອນ ຄັ້ງນີ້, ຈຸດປະສົງ ເພື່ອເຜີຍແຜ່ ຂໍ້ຕົກລົງ ແຕ່ງຕັ້ງຄະນະກຳມະການຄຸ້ມຄອງອິນເຕີເນັດ ດິຈິຕອນ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍແຕ່ງຕັ້ງຄະນະກຳມະການຂັ້ນແຂວງ ເພື່ອຫັນເປັນດີຈີຕອນ ແຂວງຈໍາປາສັກ ແລະ ຝຶກອົບຮົມວຽກງານຫັນເປັນດີຈີຕອນ, ລະບົບການຕິດຕໍ່ສື່ສານພາກລັດ ແລະ ລະບົບ ການຈັດເກັບ-ນໍາໃຊ້ເອກະສານຮ່ວມກັນຂອງພາກລັດ ທີ່ບັນດາທ່ານມີບັນຊີນໍາໃຊ້ແລ້ວ. ເຊິ່ງເປັນການລິເລີ່ມເປັນທາງການ ເພື່ອເຜີຍແຜ່ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ເນື້ອໃນກອງປະຊຸມຄັ້ງນີ້ ແມ່ນມີຄວາມສໍາຄັນຫລາຍ ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ເປັນວຽກທີ່ມີບົດບາດ ແລະ ຄວາມຈໍາເປັນຢ່າງພາວະວິໄສ ໃນການຄຸ້ມຄອງການນໍາໃຊ້ສື່ສັງຄົມອອນລາຍ ເພື່ອຮັບປະກັນໃຫ້ແກ່ວຽກງານເສດຖະກິດ, ວັດທະນາທໍາ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ໃນປະເທດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ.
ໂອກາດນີ້ ທ່ານ ກິ່ງແກ້ວ ນະວະພົມ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງໆປະທຸມພອນ ໄດ້ມີຄຳເຫັນ ເຊິ່ງທ່ານໄດ້ເນັ້ນຕໍ່ບັນດາທ່ານການນໍາ ຂອງເມືອງທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຕິດຕາມ ເກັບກໍາດ້ານນິຕິກໍາ, ຮູບແບບວິທີການນໍາໃຊ້ເຂົ້າໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ນໍາໃຊ້ ພ້ອມທັງເປັນບ່ອນອີງ ໃນການນໍາໄປເຜີຍແຜ່ ເພື່ອສ້າງໃຫ້ສັງຄົມໃຫ້ມີຄວາມເຂັ້ມແຂງ ສັງຄົມມີຄວາມສະຫງົບປອດໄພ, ເພີ່ມທະວີຄວາມເອົາໃຈໃສ່ ນໍາເອົາມາດຕະການໃນຈັດຕັ້ງປະຕິບັດຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດຜົນສໍາເລັດ.




ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ