ກອງປະຊຸມສໍາມະນາສ້າງຄວາມເຂັ້ມແຂງ ວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ໃຫ້ແກ່ພະນັກງານຫ້ອງການອ້ອມຂ້າງເມືອງໂພນທອງ
08/01/2025

ໃນວັນທີ 27 ພະຈິກ 2024 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສໍາມະນາເຜີຍແຜ່ ແລະ ຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ຢູ່ທີ່ສະໂມສອນຂອງເມືອງ ໃຫ້ແກ່ພະນັກງານພາຍໃນເມືອງໂພນທອງ ໂດຍໃຫ້ກຽດເປັນປະທານຮ່ວມ ທ່ານ ສີສະຫວັນ ວໍລະລາດ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆໂພນທອງ, ທ່ານນາງ ແສງທະລາ ປ້ອງວິໄລ ຮັກສາການ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຈໍາປາສັກ. ມີບັນດາທ່ານຫົວໜ້າຫ້ອງການ, ຮອງຫ້ອງການ, ຫົວໜ້າໜ່ວຍງານອ້ອມຂ້າງເມືອງໂພນທອງ ເຂົ້າຮ່ວມທັງໝົດ 54 ທ່ານ, ຍິງ 27 ທ່ານ.

ທ່ານ ນາງ ແສງທະລາ ປ້ອງວິໄລ ຮັກສາການ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ຂຶ້ນກ່າວເປີດກອງປະຊຸມສໍາມະນາ ເຜີຍແຜ່ ແລະ ຝຶກອົບຮົມວຽກງານການຄຸ້ມ ຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ຢູ່ເມືອງໂພນທອງ ຄັ້ງນີ້, ຈຸດປະສົງ ເພື່ອເຜີຍແຜ່ ຂໍ້ຕົກລົງ ແຕ່ງຕັ້ງ ຄະນະກຳມະການຄຸ້ມຄອງ ອິນເຕີເນັດ ດິຈິຕອນ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຂັ້ນແຂວງ ເພື່ອຫັນເປັນດີຈີຕອນ ແຂວງຈໍາປາສັກ ແລະ ຈຸດປະສົງທີ 2 ແມ່ນເພື່ອຝຶກອົບຮົມວຽກງານຫັນເປັນດີຈີຕອນ, ລະບົບການຕິດຕໍ່ສື່ສານພາກລັດ ແລະ ລະບົບ ການຈັດເກັບ-ນໍາໃຊ້ເອກະສານຮ່ວມກັນຂອງພາກລັດ ທີ່ບັນດາທ່ານມີບັນຊີນໍາໃຊ້ແລ້ວ. ເຊິ່ງເປັນການລິເລີ່ມເປັນທາງການ ເພື່ອເຜີຍແຜ່ ແລະ ຫັນເປັນທັນສະໄໝ ເທື່ອລະກ້າວ ເນື້ອໃນກອງປະຊຸມຄັ້ງນີ້ ແມ່ນມີຄວາມສໍາຄັນຫລາຍ ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ເປັນວຽກທີ່ມີບົດບາດ ແລະ ຄວາມຈໍາເປັນຢ່າງພາວະວິໄສ ໃນການຄຸ້ມຄອງການນໍາໃຊ້ສື່ສັງຄົມອອນລາຍ ເພື່ອຮັບປະກັນໃຫ້ແກ່ວຽກງານເສດຖະກິດ, ວັດທະນາທໍາ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ໃນປະເທດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ.

ໂອກາດນີ້ທ່ານ ສີສະຫວັນ ວໍລະລາດ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆໂພນທອງ ໄດ້ມີຄຳເຫັນ ເຊິ່ງທ່ານໄດ້ເນັ້ນຕໍ່ບັນດາທ່ານການນໍາ ຂອງເມືອງທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງໄດ້ພ້ອມມກັນເອົາໃຈໃສ່ຕິດຕາມ ເກັບກໍາດ້ານນິຕິກໍາ, ຮູບແບບວິທີການນໍາໃຊ້ ເຂົ້າໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ນໍາໃຊ້ ພ້ອມທັງເປັນບ່ອນອີງ ໃນການນໍາໄປເຜີຍແຜ່ ເພື່ອສ້າງໃຫ້ສັງຄົມໃຫ້ມີຄວາມເຂັ້ມແຂງ ສັງຄົມມີຄວາມສະຫງົບປອດໄພ, ເພີ່ມທະວີຄວາມເອົາໃຈໃສ່ ນໍາເອົາມາດຕະການໃນຈັດຕັ້ງປະຕິບັດຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດຜົນສໍາເລັດ.



ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ