ເປີດສໍາມະນາສ້າງຄວາມເຂັ້ມແຂງ ວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ໃຫ້ນະຄອນປາກເຊ

08/01/2025

ເປີດສໍາມະນາສ້າງຄວາມເຂັ້ມແຂງ ວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ໃຫ້ນະຄອນປາກເຊ

ໃນວັນທີ 19 ພະຈິກ 2024 ທີ່ສະໂມສອນນະຄອນປາກເຊ ພະນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສໍາມະນາເຜີຍແຜ່ ແລະ ຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ໃຫ້ແກ່ພະນັກງານພາຍໃນນະຄອນປາກເຊ ໂດຍ ເຂົ້າຮ່ວມມີ ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ມີບັນດາທ່ານຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ພ້ອມຄະນະ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ແສງທະລາ ປ້ອງວິໄລ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ກ່າວວ່າ: ກອງປະຊຸມສໍາມະນາ ເຜີຍແຜ່ ແລະ ຝຶກອົບຮົມວຽກງານການຄຸ້ມ ຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ຢູ່ນະຄອນປາກເຊ ຄັ້ງນີ້ ຈຸດປະສົງ ເພື່ອເຜີຍແຜ່ ຂໍ້ຕົກລົງ ແຕ່ງຕັ້ງ ຄະນະກຳມະການຄຸ້ມຄອງ ອິນເຕີເນັດ ດິຈິຕອນ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍແຕ່ງຕັ້ງຄະນະກຳມະການຂັ້ນແຂວງ ເພື່ອຫັນເປັນດີຈີຕອນ ແຂວງຈໍາປາສັກ ແລະ ຈຸດປະສົງທີ 2 ແມ່ນເພື່ອຝຶກອົບຮົມວຽກງານຫັນເປັນດີຈີຕອນ ແລະ ການນໍາໃຊ້ລະບົບຈົດໝາຍເອເລັກໂຕຼນິກ, ລະບົບການຕິດຕໍ່ສື່ສານພາກລັດ ແລະ ລະບົບ ການຈັດເກັບ-ນໍາໃຊ້ແອກະສານຮ່ວມກັນຂອງພາກລັດ ທີ່ບັນດາທ່ານມີບັນຊີນໍາໃຊ້ແລ້ວ. ເຊິ່ງເປັນຄັ້ງທີ 1 ໃນການລິເລີ່ມເປັນທາງການ ເພື່ອເຜີຍແຜ່ ແລະ ຫັນເປັນທັນສະໄໝ ເທື່ອລະກ້າວ ເນື້ອໃນກອງປະຊຸມຄັ້ງນີ້ ແມ່ນມີຄວາມສໍາຄັນຫລາຍ ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ເປັນວຽກທີ່ມີບົດບາດ ແລະ ຄວາມຈໍາເປັນຢ່າງພາວະວິໄສ ໃນການຄຸ້ມຄອງການນໍາໃຊ້ສື່ສັງຄົມອອນລາຍ ເພື່ອຮັບປະກັນໃຫ້ແກ່ວຽກງານເສດຖະກິດ, ວັດທະນາທໍາ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ໃນປະເທດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ.
 
ໂອກາດນີ້ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ໄດ້ມີຄຳເຫັນ ໂດຍເນັ້ນເຖິງຄວາມສຳຄັນ ແລະ ຈຳເປັນທີ່ພະນັກງານທຸກຄົນຕ້ອງຮຽນຮູ້ ແລະ ນຳໃຊ້ ລະບົບດີຈີຕອນ ໃຫ້ເປັນ ແລະ ເກີດປະໂຫນດສູງສຸດ.
ໃນວາລະກອງປະຊຸມ ໄດ້ເຜີຍແຜ່ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງ ຄະນະກຳມະການຄຸ້ມຄອງອິນ ເຕີເນັດແຂວງຈຳປາສັກ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະ ກຳມະການຂັ້ນແຂວງ ເພື່ອຫັນເປັນດີຈີຕອນ ແຂວງຈຳປາສັກ. ນໍາສະເໜີ ຫຼາຍຫົວຂໍ້ສຳຄັນເຊັ່ນ: ຄວາມສໍາຄັນ ແລະ ຄວາມຈໍາເປັນ ໃນການຫັນເປັນດີຈີຕ໋ອນ ຂອງແຂວງຈໍາປາສັກ,ສະຕິຕໍ່ການບໍ່ຖືກຫຼອກລວງທາງສື່ສັງຄົມອອນລາຍ, ການນໍາໃຊ້ເຕັກໂນໂລຊີດີຈີຕອນ ເຂົ້າໃນພາກລັດ ແລະ ພາກເອກະຊົນ (ນໍາສະເໜີລະບົບ M-office , ນໍາສະເໜີ ການນໍາໃຊ້ລະບົບຈົດໝາຍເອເລັກໂຕຣນິກຂອງ ລັດຖະບານ (E-mail), ແລະຝຶກນໍາໃຊ້ຕົວຈິງ ໄປພ້ອມ, ນຳສະເໜີການຕິດຕັ້ງ ແລະ ນໍາໃຊ້ ລະບົບການສື່ສານພາກລັດ ຈີ - ແຊັດ (G-Chat) ໃນໂທລະສັບມືຖື ແລະ ຄອມພິວເຕີ, ເເນະນໍາການ ການຕິດຕັ້ງ ແລະ ຫົວຂໍ້ສຳຄັນອື່ນໆອີກ.

 

ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ເຕືອນໄພ ລະວັງຕົກເປັນເຫຍື່ອຂອງມິດສາຊີບ
ສ້າງ QR Code ສຳລັດພາກລັດ
ວິດີໂອ ການນຳໃຊ້ລະບົບຫ້ອງການທັນສະໄໜ
ຈຳນວນຜູ້ເຂົ້າເບີ່ງເວັບໄຊທ໌
ຕິດຕາມພວກເຮົາທາງ Facebook