ພະແນກ ຕສ 4 ແຂວງພາກໃຕ້ ຮ່ວມໃຈສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນທັນສະໄໝ

31/05/2024

ພະແນກ ຕສ 4 ແຂວງພາກໃຕ້ ຮ່ວມໃຈສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນທັນສະໄໝ

ໃນຕອນເຊົ້າວັນທີ 23 ພຶດສະພາ 2024, ເວລາ 8:30 ໂມງ; ທີ່ຫ້ອງປະຊຸມ ຂອງພະແນກ ຕສ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມປືກສາຫາລື ວຽກງານຂົງເຂດ ຕສ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ບັນດາ ຕສ 4 ແຂວງພາກໃຕ້ ຄື ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງເຊກອງ, ແລະ ແຂວງອັດຕະປື ຂຶ້ນຢ່າງເປັນທາງການ ເຊີ່ງກອງປະຊູມດັ່ງກ່າວ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ,​ ຫົວໜ້າພະແນກ ຕສ ແຂວງຈຳປາສັກ ມີທ່ານ ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ທ່ານຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມວິຊາການ ຂອງພະແນກ ຕສ 4 ແຂວງເຂົ້າຮ່ວມ.
 
 
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປືກສາຫາລື ແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດເຄື່ອນໄຫວ ວຽກງານຂົງເຂດ ຕສ ວຽກງານຄຸ້ມຄອງອິນເຕີເນັດ ແລະ ວຽກງານຫັນເປັນທັນໄໝ ໃຫ້ມີຄວາມເຂັ້ມແຂງ ທາງດ້ານວິຊາການ.
ກອງປະຊຸມບັນດາທ່ານ ຫົວໜ້າພະແນກ ຕສ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຂອງ ພະແນກຕົນ ພ້ອມກັນນັ້ນໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ເອກະພາບກັນພ້ອມທັງຈັດຕັ້ງປະຕິບັດວຽກງານ ຕສ ໃຫ້ເປັນໄປຕາມລວງດຽວກັນ ໃຫ້ມີຄວາມສະດວກ ແລະ ມີປະສິດທິພາບ ປະສິດທິຜົນຢ່າງສູງ.
 
ຈາກນັ້ນພະແນກ ຕສ ໄດ້ຂື້ນນໍາສະເໜີ ລະບົບການຄຸ້ມຄອງບໍລິຫານຫ້ອງການແບບທັນສະໄໝ ໂດຍລະບົບດັ່ງກ່າວແມ່ນ ລະບົບທີ່ສາມາດຄຸ້ມຄອງພະນັກງານພາຍໃນ ຫ້ອງການ ໂດຍສະເພາະສາມາດຕິດຕາມ ຂອດການປະຈຳການຂອງພະນັກງານ, ການແຈ້ງອອກວຽກ, ການນັບຄະແນນໃນການເລືອກຕັ້ງຂອງກອງປະຊຸມຕ່າງໆ ແລະ ອື່ນໆ.
ຕອນທ້າຍຂອງກອງປະຊຸມ ພະແນກ ຕສ 4 ແຂວງພາກໃຕ້ ແມ່ນເຫັນດີເປັນເອກກະພາບ ເພື່ອຈັດຕັ້ງປະຕິບັດວຽກງານໃນຂົງເຂດ ຕສ ສ້າງຄວາມເຂັ້ມແຂງໃຫ້ວິຊາການ ແລະ ພ້ອມກັນເອົາໃຈໃສ່ຜັນຂະຫຍາຍຈັດສັນວຽກຈຸດສຸມ ແລະ ບູລິມະສິດ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
 
 
ກອງປະຊຸມໄດ້ສໍາເລັດ ແລະ ປິດລົງໃນເວລາ12:00​ ໂມງ ຂອງວັນດຽວກັນ.
 
ຂ່າວ: ເລນິນ ດວງພູມີ
ພາບ: ໄຊຊະນະ ແສງມະນີ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ