ກອງປະຊຸມໃຫຍ່ຄັ້ງທີ III ຂອງສະມາຊິກກຳມະບານຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ

22/05/2024

ກອງປະຊຸມໃຫຍ່ຄັ້ງທີ III ຂອງສະມາຊິກກຳມະບານຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ

ໃນຕອນເຊົ້າ ຂອງວັນທີ 17 ພຶດສະພາ 2024 ສະມາຊິກກຳມະບານຮາກຖານ ພະແນກເຕັກໂນໂລຊີ ແລະການສື່ສານ ແຂວງຈຳປາສັກ ໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ III ຂອງຕົນຂື້ນຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ວິໄລ ແກ້ວມະນີໄລ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ແສງດາວັນ ຟອງວົງສາລາດ ຮອງປະທານສະຫະພັນກຳມະບານແຂວງຈຳປາສັກ, ມີຄະນະ 3 ອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນຈາກສະມາຊິກກຳມະບານອ້ອມຂ້າງແຂວງ ແລະ ສະມາຊິກກຳມະບານພາຍໃນພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ເຂົ້າຮ່ວມທັງໝົດ 36 ສະຫາຍ, ຍິງ 13 ສະຫາຍ.ກອງປະຊຸມຄັ້ງນີ້ ສະຫາຍ ທຽນໄຊ ສະຖາພອນ ປະທານກຳມະບານຮາກຖາກ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ (ຜູ້ເກົ່າ) ໄດ້ຂື້ນກ່າວເປີດພິທີ ພ້ອມທັງຜ່ານບົດສະຫຼຸບຕີລາຄາຜົນງານ ການເຄື່ອນໄຫວນຳພາຈັດຕັ້ງປະຕິບັດວຽກງານໄລຍະ 5 ປີ ຜ່ານມາ ແລະ ຜ່ານທິດທາງແຜນການ 5 ປີ ຕໍ່ໜ້າ ຂອງ ກຳມະບານຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ. ພ້ອມກັນນີ້ສະຫາຍ ທຽນໄຊ ສະຖາພອນ ໄດ້ຜ່ານບົດສຳຫຼວດການນຳພາລວມ, ຈາກນັ້ນກໍໄດ້ມີການກ່າວອໍາລາໜ້າທີ່.ກອງປະຊຸມໄດ້ດຳເນີນການຄັດເລືອກເອົາຄະນະກຳມະບານຮາກຖານ ພະແນກ ຕສ ແຂວງ ຊຸດໃໝ່ ເພື່ອໃຫ້ບັນດາສະຫາຍສະມາຊິກກຳມະບານ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດ, ພ້ອມກັນນັ້ນກໍ່ໄດ້ນໍາໃຊ້ລະບົບນັບຄະແນນແບບທັນສະໄໝຜ່ານໂທລະສັບມືຖື ຄຽງຄູ່ກັນ ເພື່ອເລືອກເອົາຄະນະກຳມະບານຮາກຖານພະແນກ ຕສ ແຂວງ ຊຸດໃໝ່ ເຊິ່ງມີຜູ້ສະໝັກ 5 ສະຫາຍເລືອກເອົາ 3 ສະຫາຍ

 
ພ້ອມນັ້ນຄະນະປະທານ ພ້ອມດ້ວຍ 3 ສະຫາຍທີ່ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈໃຫ້ດຳລົງໜ້າທີ່ເປັນຄະນະຊຸດໃໝ່ ກໍໄດ້ເປີດກອງປະຊຸມຄັ້ງປະຖົມມະລຶກຂຶ້ນ ເພື່ອລົງເລີກປຶກສາຫາລືກັນ ໂດຍຮັບຟັງຄຳຄິດຄຳເຫັນຂອງແຕ່ລະສະຫາຍ, ຄຳແນະນຳຂອງສະຫະພັນກຳມະບານສາຍຕັ້ງ, ຈາກນັ້ນກອງປະຊຸມໄດ້ເປັນເອກະພາບສູງ ເລືອກເອົາຄະນະກຳມະບານຮາກຖານພະແນກ ຕສ ຊຸດໃໝ່ ເຊິ່ງປະກອບມີ:
- ສະຫາຍ ອາພິສິດ ມະນີວົງ ເປັນປະທານກຳມະບານຮາກຖານ
- ສະຫາຍ ບົວໄລ ແກ້ວມະນີວົງ ຮອງປະທານ ທັງເປັນປະທານກວດກາ
- ສະຫາຍ ເລນີນ ດວງພູມີ ຄະນະ
ຕອນທ້າຍຂອງກອງປະຊຸມ, ສະຫາຍ ວິໄລ ແກ້ວມະນີໄລ ກຳມະການພັກແຂວງ ເລຂາພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ແລະ ສະຫາຍ ແສງດາວັນ ຟອງວົງສາລາດ ຮອງປະປະທານສະຫາພັນກຳມະບານ ແຂວງຈຳປາສັກ ກໍໄດ້ສະແດງຄວາມຊົມເຊີຍຜົນສໍາເລັດຂອງກອງປະຊຸມ ແລະ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍກຳມະບານຮາກຖານ ພະແນກເຕັກໂນໂລຊີ ແລະການສື່ສານ ແຂວງຈຳປາສັກ. ຊຶ່ງເນັ້ນໃຫ້ຄະນະກຳມະບານຊຸດໃໝ່ຕ້ອງໄດ້ເອົາໃຈໃສ່ສຶບຕໍ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳມະບານລາວວາງອອກ ສິ່ງສຳຄັນຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃນຖັນແຖວສະມາຊິກໃຫ້ຮັກສາໄດ້ຄວາມສາມະຄີເປັນປຶກແຜ່ນ, ເຮັດວຽກງານວິຊາສະເພາະໃຫ້ໂດດເດັ່ນຄຽງຄູ່ກັບການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ມີປະສິດທິຜົນ ແລະ ກ້ວາງຂວາງ.
ກອງປະຊຸມໄດ້ປິດລົງ ໃນເວລາ 12:00 ໂມງ ຂອງມື້ດຽວກັນ
ພາບ ແລະ ບົດຂ່າວ: ໄຊຊະນະ ແສງມະນີ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ