ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍຊາວໜຸ່ມຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ

22/05/2024

ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍຊາວໜຸ່ມຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ

ໃນຕອນເຊົ້າ ຂອງວັນທີ 16 ພຶດສະພາ 2024 ໜ່ວຍຊາວໜຸ່ມຮາກຖານ ພະແນກເຕັກໂນໂລຊີ ແລະການສື່ສານ ແຂວງຈຳປາສັກ ໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ III ຂອງຕົນຂື້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ວິໄລ ແກ້ວມະນີໄລ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ສຸວັນນະລາດ ສີຫານົນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີຄະນະ 3 ອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນຈາກໜ່ວຍຊາວໝຸ່ມສ່ຽວ ແລະ ສະມາຊິກຊາວໜຸ່ມພາຍໃນພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 11 ສະຫາຍ.

ກອງປະຊຸມຄັ້ງນີ້ ສະຫາຍ ວາທະກອນ ສີວົງສາ ຮອງເລຂາໜ່ວຍຊາວໜຸ່ມ ໄດ້ຂື້ນກ່າວເປີດພິທີ ພ້ອມທັງຜ່ານບົດສະຫຼຸບຕີລາຄາຜົນງານ ການເຄື່ອນໄຫວນຳພາຈັດຕັ້ງປະຕິບັດວຽກງານໄລຍະ 5 ປີ ຜ່ານມາ ແລະ ຜ່ານທິດທາງແຜນການ 5 ປີ ຕໍ່ໜ້າ ຂອງໜ່ວຍຊາວໜຸ່ມຮາກຖານ ພະແນກເຕັກໂນໂລຊີ ແລະການສື່ສານ ແຂວງຈຳປາສັກ.

ໃນພິທີດັ່ງກ່າວຍັງໄດ້ຈັດພິທີມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງ ຄຊປປລ ໃຫ້ແກ່ຄະນະໜ່ວຍຊາວໜຸ່ມຊຸດເກົ່າ ແລະ ມອບໃບຍ້ອງຍໍສະມາຊິກຊາວໜຸ່ມປະຈຳປີ 2023 ໃຫ້ແກ່ສະມາຊິກຊາວໜຸ່ມທັງໝົດ 30 ສະຫາຍ, ຍິງ 13 ສະຫາຍ.

ພ້ອມກັນນີ້ສະຫາຍ ນາງ ພຸດທະວັນ ລົມພະຈັນ ເລຂາໜ່ວຍຊາວໝຸ່ມ ໄດ້ຜ່ານບົດສຳຫຼວດການນຳພາລວມ ແລະ ກ່າວອໍາລາໜ້າທີ່. ກອງປະຊຸມໄດ້ດຳເນີນການຄັດເລືອກເອົາຄະນະຊາວໜຸ່ມຮາກຖານພະແນກ ຕສ ແຂວງ ຊຸດໃໝ່ ເພື່ອໃຫ້ບັນດາສະຫາຍສະມາຊິກຊາວໜຸ່ມໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດ ແລະ ນໍາໃຊ້ລະບົບເລືອກແບບທັນສະໄໝຜ່ານໂທລະສັບມືຖື ໄປຄຽງຄູ່ກັນ ເລືອກເອົາຄະນະຊາວໜຸ່ມຮາກຖານພະແນກ ຕສ ແຂວງ ຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ ຈໍານວນ 05 ສະຫາຍ ແລະ ເລືອກເອົາຄະນະບໍລິຫານງານຊຸດໃໝ່ ຈຳນວນ 03 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະໄດ້ເຫັນດີເປັນເອກະພາບເລືອກເອົາ: ສະຫາຍ ວາທະກອນ ສີວົງສາ ເປັນເລຂາ, ສະຫາຍ ສຸກທະວີ ບຸນໄຊຍະລັດ ເປັນຮອງເລຂາ ທັງເປັນປະທານກວດກາ, ສະຫາຍ ດາວປັນຍາ ສຸວິແກ້ວ ເປັນຄະນະ.

ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ສຸວັນນະລາດ ສີຫານົນ ຮອງເລຂາຄະນະບໍລິຫານການຊາວໜຸ່ມ ປປລ ແຂວງຈຳປາສັກ ກໍໄດ້ສະແດງຄວາມຊົມເຊີຍຜົນສໍາເລັດຂອງກອງປະຊຸມ ແລະ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍຊາວໜຸ່ມຮາກຖານ ພະແນກເຕັກໂນໂລຊີ ແລະການສື່ສານ ແຂວງຈຳປາສັກ ນອກຈາກນີ້, ສະຫາຍຍັງໄດ້ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມທຸກສະຫາຍ ເອົາໃຈໃສ່ປະຕິບັດສອງໜ້າທີ່ຍຸດທະສາດ ຂອງຊາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ. ເຄື່ອນໄຫວວຽກງານຕາມແນວທາງຂອງພັກ ແລະ ກົນໄກຄຸ້ມຄອງບໍລິຫານຂອງລັດ, ຄຽງຄູ່ໄປກັບການປະຕິບັດໜ້າທີ່ເປັນເສນາທິການ ໃຫ້ຄະນະພັກຮາກຖານພະແນກ ຕສ, ຄະນະໜ່ວຍພັກ, ເຕົ້າໂຮມຄວາມສາມັກຄີພາຍໃນ-ພາຍນອກໃຫ້ແໜ້ນແຟ້ນ, ເອົາໃຈໃສ່ຝຶກຝົນຫລໍ່ຫລອມຕົນເອງຮອບດ້ານໃຫ້ສົມກັບຄຳຂັວນ ຊາວໜຸ່ມ 4 ບຸກ, ຊາວໜຸ່ມປຽບເໝືອນນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພະຍຸລົມແດງ, ຊາວໜຸ່ມລາວອາດຫານ ກ້າວຂຶ້ນ. ກອງປະຊຸມໄດ້ປິດລົງ ໃນເວລາ 12:00 ໂມງ ຂອງມື້ດຽວກັນ.

ບົດຂ່າວ: ດາວປັນຍາ ສຸວິແກ້ວ

ພາບ: ໄຊຊະນະ ແສງມະນີ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ