ກອງປະຊຸມຝຶກອົບຮົມກ່ຽວກັບຄວາມປອດໄພຂອງຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍ ທີ່ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ

14/05/2024

ກອງປະຊຸມຝຶກອົບຮົມກ່ຽວກັບຄວາມປອດໄພຂອງຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍ ທີ່ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ

ໃນຄັ້ງວັນທີ 8-9/05/2024 ກົມຄວາມປອດໄພທາງໄຊເບີ ຮ່ວມກັບພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຈຳປາສັກ ຈັດກອງປະຊຸມຝຶກອົບຮົມກ່ຽວກັບຄວາມປອດໄພຂອງຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍ ເຂົ້າຮ່ວມກອງປະຊຸມດັ່ງກ່າວມີ ທ່ານ ສຸດສາຄອນ ພົມມະຈັນ ຮອງຫົວໜ້າກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີແລະການສື່ສານ. ມີຕ່າງໜ້າໃຫ້ບັນດາພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ພະນັກງານ ວິຊາການກ່ຽວຂ້ອງເຂົ້າຮ່ວມ.
 
 
ໃນພິທີທ່ານ ວິໄລ ແກ້ວມະນີໄລ ຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງຈຳປາສັກ ໃດ້ມີຄຳເຫັນຕໍ່ກອງປະຊຸມວ່າ ກອງປະຊຸມຝຶກອົບຮົມຄັ້ງນີ້ເປັນການປະຕິບັດເນື້ອໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ແຂວງຈຳປາສັກ ໃຫ້ໃດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳໃນແຕ່ລະໄລຍະ ເຊີ່ງກອງປະຊຸມດັ່ງກ່າວເປັນກອງປະຊຸມທີ່ມີຄວາມສຳຄັນໃນຍຸກ 4,0
 
 
ກອງປະຊຸມຝຶກອົບຮົມໃນຄັ້ງນີ້ບັນດາທ່ານທີ່ເຂົ້າຮ່ວມຈະໃດ້ລົງເລີກດ້ານວິຊາການ ແລະ ຮັບຟັງການສະເໜີຫົວຂໍ້ ສະຕິຕໍ່ການບໍ່ຖືກຫຼອກລວງທາງອອນລາຍ (Online Scams ) ໃຫ້ຮູ້ຈັກການຫຼອກລວງທາງອອນລາຍ, ການຄຸ້ມຄອງເດັກນ້ອຍຈາກສື່ສັງຄົມອອນລາຍ, ເຕັກນິກການນໍາໄຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ມີຄວາມປອດໄພ, ກົກໄກການຕອບໂຕ້ສື່ສັງຄົມອອນລາຍທົ່ວສັງຄົມ ນອກຈາກນັ້ນໃນກອງປະຊຸມຍັງໃດ້ມີການສົນທະນາແລກປ່ຽນຄວາມຄິດເຫັນໃນບັນຫາຕ່າງໆທີ່ມີຄວາມສົນໃຈໂດຍສະເພາະແມ່ນບັນຫາທີ່ເກີດຂື້ນຕາມສື່ສັງຄົມອອນລາຍໃນປັດຈຸບັນນີ້.
 
 
 
 
ຂ່າວ-ພາບ: ໄຊຊະນະ ແສງມະນີ
 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ