ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ວ່າດ້ວຍການຮ່ວມມື ສ້າງຄວາມເຂັ້ມແຂງຮອບດ້ານ ວຽກງານເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ ລະຫວ່າງ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ແລະ ນະຄອນປາກເຊ ແຂວງຈຳປາສັກ.

14/05/2024

ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ວ່າດ້ວຍການຮ່ວມມື ສ້າງຄວາມເຂັ້ມແຂງຮອບດ້ານ ວຽກງານເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ ລະຫວ່າງ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ແລະ ນະຄອນປາກເຊ ແຂວງຈຳປາສັກ.

ໃນຕອນເຊົ້າ ຂອງວັນທີ 4 ເມສາ 2024 ນີ້. ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ວ່າດ້ວຍການຮ່ວມມື ສ້າງຄວາມເຂັ້ມແຂງຮອບດ້ານ ວຽກງານເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ ລະຫວ່າງ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ແລະ ນະຄອນປາກເຊ ແຂວງຈຳປາສັກ.
 
 
ຈຸດປະສົງຂອງພິທີຄັ້ງນີ້ ເພື່ອຊຸກຍູ້, ສົ່ງເສີມສ້າງຄວາມເຂັ້ມແຂງຮອບດ້ານ ວຽກງານເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນຢູ່ນະຄອນປາກເຊ ເປັນຕົ້ນ ການຝຶກອົບຮົມສ້າງຄວາມເຂັ້ມແຂງດ້ານວິຊາການດິຈິຕອນ, ການຄົ້ນຄວ້ານໍາໃຊ້ເຕັກໂນໂລຊີດິຈິຕອນ, ການຂະຫຍາຍຕາໜ່າງບໍລິການດ້ານໄປສະນີ, ຂະຫຍາຍ ແລະ ປັບປຸງພື້ນຖານໂຄງລ່າງການບໍລິການດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ມີຄຸນນະພາບ ແລະ ທົ່ວເຖິງ, ສົ່ງເສີມການນໍາໃຊ້ ແລະ ຮັກສາຂໍ້ມູນຂ່າວສານໃຫ້ມີຄວາມປອດໄພ ເພື່ອຍົກປະສິດທິພາບການຄຸ້ມຄອງບໍລິຫານ ບໍລິການວຽກງານ ພາຍໃນນະຄອນປາກເຊ ຕາມທິດຫັນເປັນທັນສະໄໝ ບົນພື້ນຖານຄວາມສະເໝີພາບ ແລະ ການມີສ່ວນຮ່ວມພັດທະນາ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນ.
 
 
ໂດຍເຫັນໄດ້ຄວາມສໍາຄັນໃນການພັດທະນາ ນະຄອນປາກເຊ ໃຫ້ກາຍເປັນນະຄອນອັດສະລິຍະ (Smart City) ຕາມແຜນການ ແລະ ທິດທາງທີ່ອົງຄະນະພັກ-ອົງການປົກຄອງນະຄອນປາກເຊກຳນົດໄວ້ ເພື່ອເຮັດໃຫ້ ນະຄອນປາກເຊ ກາຍເປັນນະຄອນຕົວແບບຂອງແຂວງຈໍາປາສັກ ໃນການຫັນເປັນທັນສະໄໝ ໂດຍນໍາໃຊ້ລະບົບ ເຕັກໂນໂລຊີດີຈິຕອນ ເຂົ້າໃນການຄຸ້ມຄອງ-ບໍລິຫານວຽກງານພາຍໃນນະຄອນປາກເຊ ແນໃສ່ເຮັດໃຫ້ວຽກງານໄດ້ ຮັບການ ຄຸ້ມຄອງເຂົ້າສູ່ລະບົບ, ການບໍລິຫານ ແລະ ບໍລິການລັດ ມີປະສິດທິພາບ, ມີຄວາມສະດວກ, ວ່ອງໄວ, ປອດໄພ, ໂປ່ງໃສ ແລະ ປະຢັດ.
 
 
ພິທີເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ໂດຍ ທ່ານ ວິໄລ ແກ້ວມະນີໄລ ຫົວໜ້າພະແນກ ຕສ ແຂວງຈຳປາສັກ ແລະ ທ່ານ ບຸນເນົາ ຟອງຄຳແດງ ຮອງເຈົ້ານະຄອນປາກເຊ, ພ້ອມດ້ວຍຄະນະພະແນກ, ການນຳຂອງນະຄອນ, ຫົວໜ້າຂະແໜງ-ຮອງຂະແໜງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
 
ຂ່າວ-ພາບ: ເລນິນ ດວງພູມີ
 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ