ສະເຫຼີມສະຫຼອງວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 59 ປີ(13 ມີນາ 1965-13 ມີນາ 2024) ຢ່າງສຸດໃຈ!

14/05/2024

ສະເຫຼີມສະຫຼອງວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ    ຄົບຮອບ 59 ປີ(13 ມີນາ 1965-13 ມີນາ 2024) ຢ່າງສຸດໃຈ!

ສະເຫຼີມສະຫຼອງວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 59 ປີ(13 ມີນາ 1965-13 ມີນາ 2024) ຢ່າງສຸດໃຈ!
ພາຍໄຕ້ຄຳຂວັນ “ພັດທະນາລະຫັດໄປສະນີເປັນທັນສະໄໝ, ສ້າງແຜນທີ່ດິຈິຕອນ, ປັບປຸງຄຸນນະພາບ ການບໍລິການໂທລະຄົມມະນາຄົມ ເພື່ອຮອງຮັບແກ່ການຫັນເປັນດິຈິຕອນໃນທົ່ວປະເທດ’’
 
 
ວັນທີ 13 ມີນາ 2024 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກໄດ້ຈັດພິທີສະເຫຼີມສະຫຼອງວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 59 ປີ (13 ມີນາ 1965-13 ມີນາ 2024) ຂື້ນຢູ່ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຈຳປາສັກ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ແສງທະລາ ປ້ອງວິໄລ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ, ມີບັນດາຫົວໜ້າ-ຮອງຫົວໜ້າຂະ ແໜງ ຕ່າງໜ້າຈາກບັນດາ ບໍລິສັດ ສະຕາໂທລະຄົມ ຈຳກັດ, ບໍລິສັດ ອິທີແອລ ຈຳກັດ, ບໍລິສັດ ໄປສະນີລາວ ແລະ ຫົວໜ່ວຍທີ່ໃຫ້ບໍລິການດ້ານໄປສະນີຈຳນວນໜຶ່ງ ພ້ອມດ້ວຍວິຊາການພາຍໃນພະແນກເຕັກໂນໂລຊີ ແລະ ການສື່ສານ.
 
 
ໃນພິທີທ່ານ ນາງ ແສງທະລາ ປ້ອງວິໄລ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ເຜີຍແຜ່ບົດຖະແຫຼງການຂອງທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເນື່ອງໃນໂອກາດສະເຫຼີມສະຫຼອງ 02 ວັນດັ່ງກ່າວ ພ້ອມທັງເຜີຍແຜ່ບັນດາກົດໝາຍ ແລະ ນິຕິກຳໄຕ້ກົດໝາຍທີ່ກ່ຽວຂ້ອງກັບວຽກງານວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ເພື່ອເປັນການປູກຈິດສຳນຶກ ແລະ ຄວາມຮັບຮູ້ໃຫ້ແກ່ທຸກຄົນໃນສັງຄົມເປັນຕົ້ນແມ່ນຜູ້ສ້າງລະບຽບການຄຸ້ມຄອງໄປສະນີ, ໂທລະຄົມມະນາຄົມ, ຜູ້ປະກອບການ, ຜູ້ຄ້າຂາຍອອນລາຍ ແລະ ຜູ້ຊົມໃຊ້ທັງຫຼາຍ ໃຫ້ເຂົ້າໃຈຢ່າງເລິກເຊີ່ງເຖິງບົດບາດ ແລະ ຄວາມສຳຄັນຂອງວຽກງານໄປສະນີ ແລະ ວຽກງານໂທລະຄົມມະນາຄົມ ຕໍ່ການພັດທະນາເສດຖະກິດ-ສັງຄົມ.ພ້ອມກັນນັ້ນ ກໍ່ເພື່ອຊຸກຍູ້ສົ່ງເສີມການຄ້າເອເລັກໂຕຼນິກ, ທຸລະກິດ StarUp, ຜູ້ປະກອບການ SME, ການສຶກສາທາງໄກ, ການແພດທາງໄກ, ການຜະລິດອຸດສະຫະກຳໃນຍຸກດີຈີຕອນ ແລະ ການຖ່າຍທອດເຕັກໂນໂລຊີດີຈີຕອນທີ່ກ້າວໜ້າຂອງໂລກເຂົ້າມາປະເທດເຮົາເພື່ອປະກອບສ່ວນການຈັດຕັ້ງຜັນຂະຫຍາຍພັດທະນາການຫັນເປັນດີຈີຕອນຂອງປະເທດເຮົາໃຫ້ປະກົດຜົນເປັນຈິງ.
 
 
ຂ່າວ-ພາບ: ສ້ອຍມະນີ ໂພໄຊ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ