ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ສຳເລັດການຕິດຕັ້ງລະບົບກອງປະຊຸມທາງໄກຢູ່ບັນດາເມືອງ

14/05/2024

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ສຳເລັດການຕິດຕັ້ງລະບົບກອງປະຊຸມທາງໄກຢູ່ບັນດາເມືອງ

ໃນລະຫວ່າງວັນທີ 30/1/2024 ຫາ 2/2/2024 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຕິດຕັ້ງຊຸດອຸປະກອນລະບົບກອງປະຊຸມທາງໄກ ນໍາໂດຍຄະນະພະແນກ ແລະ ຂະແໜງວິຊາການທີ່ກ່ຽວຂ້ອງ ຮ່ວມລົງເຄືອນໄຫວຕິດຕັ້ງ ຢູ່ບັນດາຫ້ອງວ່າການເມືອງ 8 ເມືອງ, ໂດຍປະຕິບັດຕາມການສະເໜີຂອງຫ້ອງວ່າການແຂວງຈໍາປາສັກ ເພື່ອກະກຽມໃສ່ກອງປະຊຸມ ລະຫວ່າງຫ້ອງວ່າການແຂວງ ແລະ ເມືອງ,
 
 
ຊຶ່ງຊຸດອຸປະກອນລະບົບກອງປະຊຸມທາງໄກດັ່ງກ່າວ ແຂວງຈໍາປາສັກໄດ້ຮັບການຊ່ວຍເຫຼືອຈາກນະຄອນໂຮ່ຈິມິນ ສສ ຫວຽດນາມ ຈໍານວນ 15 ຊຸດ, ທີ່ຜ່ານມາຄະນະນໍາຂອງແຂວງໄດ້ມອບໃຫ້ 9 ເມືອງ, ນະຄອນ ແລະ ພະແນກການຂອງແຂວງຈໍານວນໜຶ່ງ (ພະແນກການຕ່າງປະເທດ, ພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ກອງບັນການປ້ອງກັນຄວາມສະຫງົບແຂວງ, ກອງບັນຊາການທະຫານແຂວງ ແລະ ຫ້ອງວ່າການແຂວງ),
 
 
ນອກຈາກນີ້ ພະແນກເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ຂໍການອະນຸມັດບັນຊີນໍາໃຊ້ ລະບົບກອງປະຊຸມທາງໄກ VDO Conf ຈໍານວນ 10 ບັນຊີ ໃຫ້ແກ່ 9 ເມືອງ ແລະ ນະຄອນປາກເຊ, ຊຶ່ງປະຈຸບັນແມ່ນ ຢູ່ໃນຂັ້ນຕອນການກະກຽມຈັດສັນ ID ແລະ ທົດລອງການນໍາໃຊ້ຮ່ວມກັນ.
 
 
ຜົນໄດ້ຮັບໃນການເຄື່ອນໄຫວຄັ້ງນີ້ ເຫັນວ່າບັນດາເມືອງມີຄວາມເຂົ້າໃຈ ຕໍ່ວຽກງານລັດຖະບານດີຈີຕອນ ມີການກະກຽມສ້າງແຜນຮອງຮັບເອົາການຜັນຂະຫຍາຍວຽກງານດັ່ງກ່າວ ເຂົ້າມາຮັບໃຊ້ໃນຂັ້ນເມືອງຂອງຕົນ ຕິດພັນກັບການສ້າງ ແລະ ພັດທະນາບຸກຄະລາກອນ ດ້ານໄອຊີທີ ໄປຄວບຄູ່ກັນ.
 
ບົດຂ່າວ: ວາທະກອນ ສີວົງສາ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ບັນດາຂໍ້ຫ້າມ ແລະ ລະບຽບ ການຂຶ້ນທະບຽນເລກໝາຍໂທລະສັບ