ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ເປີດນຳໃຊ້ແອັບພຼີເຄຊັນ ລະບົບຄຸ້ມຄອງບໍລິຫານຫ້ອງການ ແບບທັນສະໄໝ ຜ່ານໂທລະສັບມືຖື

14/05/2024

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ເປີດນຳໃຊ້ແອັບພຼີເຄຊັນ ລະບົບຄຸ້ມຄອງບໍລິຫານຫ້ອງການ ແບບທັນສະໄໝ ຜ່ານໂທລະສັບມືຖື

ໃນຕອນເຊົ້າ ຂອງວັນສຸກ ທີ 26 ເມສາ 2024 ນີ້. ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ໄດ້ຈັດພິທີເປີດນຳໃຊ້ແອັບພຼີເຄຊັນລະບົບຄຸ້ມຄອງບໍລິຫານຫ້ອງການ ແບບທັນສະໄໝ ຜ່ານໂທລະສັບມືຖື.

ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍດຳລັດຂອງລັດຖະບານ ສະບັບເລກທີ 290/ລບ, ລົງວັນທີ 17 ກໍລະກົດ 2022 ວ່າດ້ວຍການບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນ ລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ແຂວງຈຳປາສັກ ລວມທັງຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທາງດ້ານວິຊາການ, ການສຶກສາຄົ້ນຄ້ວາສ້າງລະບົບຄຸ້ມຄອງບໍລິຫານແບບດິຈິຕອນ ແລະ ການຮ່ວມມືໃນການໃຫ້ບໍລິການດ້ານດິຈິຕອນ ໃນທົ່ວແຂວງຈຳປາສັກ ລະຫວ່າງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ກັບ ບໍລິສັດ ແອັມພີ ພັດທະນາຊອບແວຈຳກັດ

ເພື່ອຫັນວຽກງານຄຸ້ມຄອງບໍລິຫານ ແບບທຳມະດາ ໄປສູ່ແບບນຳໃຊ້ເຕັກໂນໂລຊີດິຈິຕອນເຂົ້າມາຊ່ວຍ ແນໃສ່ເພີ້ມປະສິດທິພາບຂອງວຽກງານ, ເຮັດໃຫ້ການຄຸ້ມຄອງບໍລິຫານມີຄວາມສະດວກ, ທັນສະໄໝ, ວ່ອງໄວ, ປະຢັດ ແລະ ຮັບປະກັນຄວາມປອດໄພ ທັງສາມາດຄຸ້ມຄອງບໍລິຫານແບບລວມສູນ, ວຽກງານໄດ້ກະຈາຍຢ່າງທົ່ວເຖິງ ແລະ ມີປະສິດທິຜົນ.

ໃນພິທີດັ່ງກ່າວມີ ໃຫ້ກຽດເປັນປະທານໂດຍ ທ່ານ ວິໄລ ແກ້ວມະນີໄລ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານຮອງຫົວໜ້າພະແນກ ແລະ ພະນັກງານ-ລັດຖະກອນພາຍໃນພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ເຂົ້າຮ່ວມເປີດງານຢ່າງພ້ອມພຽງ, ຊຶ່ງແອັບພຼີເຄຊັນລະບົບຄຸ້ມຄອງບໍລິຫານຫ້ອງການ ແບບທັນສະໄໝ ຜ່ານໂທລະສັບມືຖື ແມ່ນໄດ້ສ້າງຂື້ນ ແລະ ໄດ້ຮັບການສະນັບສະໜູນໂດຍບໍລິສັດ ແອັມພີ ພັດທະນາຊອບແວຈຳກັດ, ຮອດປັດຈຸບັນແອັບດັ່ງກ່າວແມ່ນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງມີຫຼາຍກວ່າ 30 ຟັງຊັນພື້ນຖານທີ່ໃຊ້ງານໃນຊິວີດປະຈຳວັນ ແລະ ມີຄວາມເໝາະສົມຫຼາຍສຳລັບນຳໃຊ້ເຂົ້າໃນການຄຸ້ມຄອງບໍລິຫານຫ້ອງການ ທັງພາກລັດ ແລະ ເອກະຊົນ ຕ່າງໆ.

 

ຂ່າວ-ພາບ: ເລນິນ ດວງພູມີ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ບັນດາຂໍ້ຫ້າມ ແລະ ລະບຽບ ການຂຶ້ນທະບຽນເລກໝາຍໂທລະສັບ