ກອງປະຊຸມສະຫຼຸບວຽກງານ ເຕັກໂນໂລຊີ ແລະ ການສື່ສານ ທົ່ວແຂວງຈໍາປາສັກ ປະຈໍາປີ 2023 ແລະ ທິດທາງແຜນ ປະຈໍາປີ 2024

25/03/2024

ກອງປະຊຸມສະຫຼຸບວຽກງານ ເຕັກໂນໂລຊີ ແລະ ການສື່ສານ ທົ່ວແຂວງຈໍາປາສັກ  ປະຈໍາປີ 2023 ແລະ ທິດທາງແຜນ ປະຈໍາປີ 2024

        ໃນວັນທີ 21 ມີນາ 2024 ຜ່ານມາ, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ເຕັກໂນໂລຊີ ແລະ ການສື່ສານ ທົ່ວແຂວງຈໍາປາສັກ ປະຈໍາປີ 2023 ແລະ ທິດທາງແຜນ ປະຈໍາປີ 2024 ຂຶ້ນຢ່າງເປັນທາງການ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ, ຫົວໜ້າພະແນກ ຕສ ແຂວງ, ມີບັນດາຫ້ອງການ ແລະ ຜູ້ປະສານງານ ຕສ ຈາກບັນດາເມືອງ, ບັນດາບໍລິສັດໂທລະຄົມມະນາຄົມ, ບໍລິສັດໄປສະນີລາວ ສາຂາແຂວງຈໍາປາສັກ ແຂກຖືກເຊີນ ແລະ ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ວິຊາການ ພະແນກ ຕສ ເຂົ້າຮ່ວມ 50 ທ່ານ; ຍິງ 19 ທ່ານ.

       ທ່ານ ນາງ ແສງທະລາ ປ້ອງວິໄລ ຄະນະພັກຮາກຖານ, ຮອງຫົວໜ້າພະແນກ ຕສ ແຂວງ ໄດ້ລາຍງານຫຍໍ້ຜົນການຈັດຕັ້ງປະຕິບັດວຽກງານ ເຕັກໂນໂລຊີ ແລະ ການສື່ສານ ທົ່ວແຂວງຈໍາປາສັກ ປະຈໍາປີ 2023 ແລະ ທິດທາງແຜນ ປະຈໍາປີ 2024 ໃຫ້ຮູ້ວ່າ: ໃນໄລຍະ 01 ປີຜ່ານມາ ຄະນະນໍາພະແນກໄດ້ນໍາພາ-ຊີ້ນໍາ ຕາມພາລະບົດບາດຂອງພະແນກ ຕາມຂໍ້ຕົກລົງສະບັບເລກທີ 20 /ຈຂ.ຈສ, ລົງວັນທີ 6 ມັງກອນ 2023 ແລະ ບັນດານິຕິກໍາອື່ນໆ ທັງສາຍຕັ້ງ ແລະ ສາຍຂວາງທີ່ຕົນຂຶ້ນກັບ ໂດຍໄດ້ແນ່ໃສ່ໃນການສ້າງ ແລະ ພັດທະນາບຸກຄະລາກອນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ຍົກລະດັບດ້ານວິຊາສະເພາະ ວິຊາການທາງເຕັກນິກ ໃຫ້ມີຄວາມຮູ້ ຄວາມສາມາດ ໃນການຄຸ້ມຄອງ-ບໍລິຫານ ຫັນເປັນດີຈີຕອນ ສອດຄ່ອງກັບທິດທາງແຜນການຂອງລັດຖະບານໃນແຕ່ລະໄລຍະ ເປັນຕົ້ນ: ສົ່ງເສີມການນໍາໃຊ້ລະບົບບໍລິຫານລັດໃຫ້ເປັນທັນສະໄໝ ລະບົບຫ້ອງການທັນສະໄໝ (e-Office) ໄດ້ 1 ກົມກອງ, ຂະຫຍາຍໃໝ່ການນໍາໃຊ້ລະບົບ G-chat ໄດ້ 700 ບັນຊີ ລວມ 1,049 ບັນຊີ, ລະບົບການຈັດເກັບ, ການແຊ໌ຂໍ້ມູນເອກະສານຂອງພາກລັດ G-share/G-Drive ໄດ້ 700 ບັນຊີ ລວມ 1,057 ບັນຊີ; ຊຸກຍູ້ສົ່ງເສີມການພັດທະນາພື້ນຖານໂຄງລ່າງໂທລະຄົມມະນາຄົມ ໃນການຂະຫຍາຍສັນຍານໂທລະສັບມືຖືໄດ້ 3 ບ້ານ ລວມເປັນ 635 ບ້ານ ຈາກ 641 ບ້ານ ທົ່ວແຂວງ ປັດຈຸບັນຍັງ ຈໍານວນ 06 ບ້ານທີ່ບໍ່ມີສັນຍານ, ຊຸກຍູ້ສົ່ງເສີມການຂຶ້ນທະບຽນເລກໝາຍໂທລະສັບ ແລະ ຂະຫຍາຍຕາໜ່າງໄປສະນີໃຫ້ມີຄວາມສະດວກ ວ່ອງໄວໃນການບໍລິການແຕ່ແຂວງລົງສູ່ບັນດາກຸ່ມບ້ານຕ່າງໆ; ຄຸ້ມຄອງການດຳເນີນທຸລະກິດດ້ານເຕັກໂນໂລຊີ ແລະ ການສື່ສາສານ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ໂດຍໄດ້ອອກນິຕິກໍາ, ລົງໂຄສະນາເຜີຍແຜ່ ກ່ຽວກັບນໍາໃຊ້ສື່ສັງຄົມອອນລາຍໃຫ້ຖືກຕ້ອງ, ເປັນປະໂຫຍດ ແລະ ມີຄວາມປອດໄພໃຫ້ແກ່ສັງຄົມ ແລະ ສົ່ງເສີມການພັດທະນາ ແລະ ນໍາໃຊ້ນະວັດຕະກໍາ ໄອຊີທີ ໂດຍໄດ້ມີການຮ່ວມມື ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຜັນຂະຫຍາຍເນື້ອໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ໃນຂົງເຂດເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ແຂວງຈໍາປາສັກ, ຮ່ວມມືກັບບໍລິສັດ ເອັມພີພັດທະນາຊ໋ອບແວ ຈຳກັດຜູ້ດຽວ ໃນການພັດທະນາລະບົບຄຸ້ມຄອງຫ້ອງການທັນສະໄໝ ແລະ ໄດ້ຮ່ວມຖອດຖອນບົດຮຽນ ກ່ຽວກັບການພັດທະນາບຸກຄະລາກອນ ສ້າງຄວາມເຂັ້ມແຂງດ້ານວິຊາການ ລະຫວ່າງ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ແລະ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງບິ່ງດິ້ງ ສສ ຫວຽດນາມ.

        ກອງປະຊຸມດັ່ງກ່າວ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ມີການປະກອບຄໍາເຫັນ ແລກປ່ຽນບົດຮຽນ ເພື່ອຮ່ວມກັນປັບປຸງ ແກ້ໄຂຂອດຄົງຄ້າງ, ວາງທິດທາງແຜນການໃນປີ 2024 ແລະ ຮ່ວມກິດຈະກໍາຖາມ-ຕອບ ຄໍາຖາມວິທະຍາສາດ ທີ່ຕິດກັບພັນວຽກງານເຕັກໂນໂລຊີ ແລະ ການສື່ສານ

          ໃນຕອນທ້າຍ, ເພື່ອເຮັດໃຫ້ກອງປະຊຸມມີຄວາມໝາຍໜັກແໜ້ນ ແລະ ເປັນເຂັມທິດເຍືອງທາງ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ກອງປະຊຸມໄດ້ຮັບກຽດຕ້ອນຮັບ ແລະ ໂອ້ລົມຂອງ ທ່ານ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງຈໍາປາສັກ ເຊິ່ງທ່ານໄດ້ເນັ້ນໜັກບາງບັນຫາ ເປັນຕົ້ນ: ມອບໃຫ້ຄະນະພັກ, ຄະນະນໍາພະແນກ ສືບຕໍ່ນໍາພາ-ຊີ້ນໍາ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບຂົງເຂດຄວາມຮັບຜິດຊອບຂອງຕົນ ໃນການຕ້ານ ແລະ ຕອບໂຕ້ຫາງສຽງທີ່ບໍ່ດີຜ່ານສື່ສັງຄົມອອອນລາຍ, ຄຸ້ມຄອງ-ບໍລິຫານດ້ານພື້ນຖານໂຄງລ່າງໂທລະຄົມມະນາຄົມ ລົງສູ່ເຂດທີ່ຫຼໍ່ແຫຼມ ແລະ ຈໍາເປັນ, ຊຸກຍູ້ສົ່ງເສີມ ສ້າງ ແລະ ພັດທະນາ ເຕັກໂນໂລຊີ-ນະວັດຕະກໍາໃໝ່ ໃຫ້ຂະຫຍາຍກວ້າງຂວາງໃຫ້ສາມາດຕອບໜອງໄດ້ກັບສະພາບຄວາມຮຽກຮ້ອງຕ້ອງການໃນການພັດທະນາຂະຫຍາຍໂຕຂອງສັງຄົມ, ສົ່ງເສີມວຽກງານການບໍລິການໄປສະນີໃຫ້ສະດວກ ວ່ອງໄວ ແລະ ສືບຕໍ່ສຸມໃສ່ ການຍາດແຍ່ງຮ່ວມມື ການສະໜັບສະໜູນທັງພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາພື້ນຖານໂຄງລ່າງບຸກຄະລາກອນ, ສູນຝຶກ ກົມກອງ ໃຫ້ກາຍເປັນທ່າແຮງທີ່ເຂັ້ມແຂງທາງດ້ານເຕັກນິກວິທະຍາສາດ, ເອົາໃສ່ໃຈຢ່າງແຂງແຮງປະສານສົມທົບກັບບັນດາບໍລິສັດ ພາກສ່ວນທີ່ກ່ຽວຂ້ອງ ໃນການຫັນເປັນດີຈີຕອນ.

ຂ່າວ-ພາບ: ສັກສິດ ວິໄລສຸກ ຂະແໜງຄວາມປອດໄພໄຊເບີ ພະແນກ ຕສ ແຂວງຈໍາປາສັກ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ