ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ເຄື່່ອນໄຫວຊຸກຍູ້ ການນໍາໃຊ້ລະບົບບໍລິຫານ ແລະ ບໍລິການລັດ ເປັນທັນສະໄໝ ຢູ່ບັນດາພະແນກການ ແລະ ນະຄອນປາກເຊ

08/02/2024

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ເຄື່່ອນໄຫວຊຸກຍູ້ ການນໍາໃຊ້ລະບົບບໍລິຫານ ແລະ ບໍລິການລັດ ເປັນທັນສະໄໝ ຢູ່ບັນດາພະແນກການ ແລະ ນະຄອນປາກເຊ

         ອາທິດຜ່ານມາ ເລີ່ມແຕ່ວັນທີ 29 ມັງກອນ ຫາ 01 ກຸມພາ 2024, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ນໍາໂດຍ ທ່ານ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຈໍາປາສັກ ນຳພາຂະແໜງການກ່ຽວຂ້ອງລົງເຄື່ອນໄຫວຊຸກຍູ້ ການນໍາໃຊ້ລະບົບບໍລິຫານ ແລະ ບໍລິການລັດ ເປັນທັນສະໄໝ ຢູ່ບັນດາພະແນກການ ແລະ ນະຄອນປາກເຊ

         ກອງປະຊຸມປຶກສາຫາລື, ເຮັດວຽກຮ່ວມກັນ ແນໃສ່ຫັນການນໍາໃຊ້ລະບົບບໍລິຫານ ແລະ ບໍລິການລັດ ເປັນທັນສະໄໝ, ໄດ້ຈັດຂື້ນຢູ່ແຕ່ລະພະແນກການ ແລະ ນະຄອນປາກເຊ ຊຶ່ງການເຄື່ອນໄຫວໃນຄັ້ງນີ້ ແມ່ນໄດ້ເຮັດວຽກນຳຄະນະນຳ ຂອງພະແນກຍຸຕິທໍາແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກພາຍໃນແຂວງ ແລະ ນະຄອນປາກເຊ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມຢ່າງພ້ອມພຽງ, ເນື້ອໃນຂອງກອງປະຊຸມໄດ້ນໍາເອົານິຕິກຳສຳຄັນ ເປັນຕົ້ນ ດໍາລັດຂອງລັດຖະບານ ວ່າດ້ວຍການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ສະບັບເລກທີ 290/ລບ, ລົງວັນທີ 17/8/2022, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ໃນຂົງເຂດເຕັກໂນໂລຊີ ແລະ ການຫັນເປັນດີຈິຕອນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ແຂວງຈໍາປາສັກ ໃນຄັ້ງວັນທີ 06 ມີນາ 2023, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວິຊາການ, ການສຶກສາຄົ້ນຄວ້າລະບົບຄຸ້ມຄອງບໍລິຫານແບບ ດີຈິຕອນ ແລະ ການຮ່ວມມືໃນການໃຫ້ບໍລິການດ້ານດີຈິຕອນ ໃນທົ່ວແຂວງຈໍາປາສັກ ລະຫວ່າງ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ກັບ ບໍລິສັດເອັມພີ ພັດທະນາຊອບແວຈໍາກັດຜູ້ດຽວ ມາປຶກສາຫາລືບັນດາໜ້າວຽກ, ການສ້າງແຜນ ແລະ ເອກະພາບວິທີການຈັດຕັ້ງປະຕິບັດ ທີ່ຕິດພັນກັບພາລະບົດບາດ, ໜ້າທີ່ຂອງແຕ່ລະພະແນກການ ແລະ ນະຄອນປາກເຊ.

ຈຸດປະສົງຂອງການລົງເຄື່ອນໄຫວ ແມ່ນເພື່ອສະເໜີ ແລະ ຊຸກຍູ້ການນຳໃຊ້ຜະລິດຕະພັນເຕັກໂນໂລຊີດີຈິຕອນ ຕໍ່ກົມກອງພາກລັດ ເພື່ອຂະຫຍາຍການນໍາໃຊ້ຢ່າງກວ້າງຂວາງ ເປັນຕົ້ນ ລະບົບຄຸ້ມຄອງ-ບໍລິຫານຈັດການຫ້ອງການແບບທັນສະໄໝ, ລະບົບຄຸ້ມຄອງການຮຽນ-ການສອນ ແບບທັນສະໄໝ ແລະ ລະບົບບໍລິຫານລັດແບບດິຈິຕອນ ອຶ່ນໆ ທີ່ພະແນກການ, ກົມກອງ, ເມືອງ ແລະ ນະຄອນ ໄດ້ມີບັນຊີການນຳໃຊ້ແລ້ວ ນຳສະເໜີໃຫ້ເຫັນພາບລວມ ແລະ ອັນສະເພາະທີ່ຕິດພັນກັບການບໍລິຫານຈັດການວຽກງານຂອງກົມກອງຕົນ ເພື່ອຊ່ວຍໃຫ້ ການຄຸ້ມຄອງ-ບໍລິຫານວຽກງານມີຄວາມວ່ອງໄວ, ປະຢັດເວລາ ແລະ ງົບປະມານ, ມີຄວາມໂປ່ງໃສ, ຍຸຕິທຳ, ທັນສະໄໝ ແລະ ທັນສະພາບການ ຂອງການພັດທະນາໃນເງື່ອນໄຂໃໝ່.
ຜົນການປຶກສາຫາລືໃນເບື້ອງຕົ້ນ ໄດ້ກຳນົດໜ້າວຽກ ແລະ ຄວາມຕ້ອງການເພື່ອຈັດຕັ້ງປະຕິບັດຮ່ວມກັນໃນ ມໍ່ໆ ນີ້ ດັ່ງນີ້:
ພະແນກຍຸຕິທໍາແຂວງ: ກະກຽມເຊັນບົດບັນທຶກການຮ່ວມມື ເພື່ອນໍາໃຊ້ລະບົບຄຸ້ມຄອງ-ບໍລິຫານຈັດການຫ້ອງການແບບທັນສະໄໝ ແລະ ສ້າງລະບົບຄຸ້ມຄອງວຽກງານຍຸຕິທໍາແບບທັນສະໄໝ, ຄັງເກັບຮັກສາເອກະສານ ແລະ ການນຳໃຊ້ ແບບທັນສະໄໝ
  ພະແນກສຶກສາທິການ ແລະ ກິລາແຂວງ: ກະກຽມເຊັນບົດບັນທຶກການຮ່ວມມື ເພື່ອນໍາໃຊ້ລະບົບຄຸ້ມຄອງການຮຽນ-ການສອນ ແບບທັນສະໄໝ ຊຶ່ງມີຫຼາຍຟັງຊັນເພື່ອອຳນວຍຄວາມສະດວກໃຫ້ຜູ້ປົກຄອງນັກຮຽນຕິດຕາມການມາຮຽນຂອງລູກຫຼານ, ຟັງຊັນສຳລັບຄູ-ອາຈານ ທີ່ຂື້ນຫ້ອງສອນແຕ່ລະວິຊາ ແລະ ຟັງຊັນພື້ນຖານຕ່າງໆ, ລວມທັງລະບົບຄຸ້ມຄອງ-ບໍລິຫານຈັດການຫ້ອງການແບບທັນສະໄໝ
  ພະແນກພາຍໃນແຂວງ: ມີຄວາມຕ້ອງການນໍາໃຊ້ລະບົບທັນສະໄໝ ເຂົ້າໃນການຄຸ້ມຄອງພະນັກງານ-ລັດຖະກອນ ໃນທົ່ວແຂວງ ຈະນຳສະເໜີຂໍຄຳເຫັນການນຳແຂວງ ເພື່ອດໍາເນີນການຮ່ວມມືໃນຕໍ່ໜ້າ
ພະແນກແຜນການ ແລະ ການລົງທຶນ: ຕິດຕັ້ງ ແລະ ຝຶກອົບຮົມການນຳໃຊ້ລະບົບປະຕູຂໍ້ມູນຂ່າວສານ ເວັບໄຊ ເພື່ອຮອງຮັບການບໍລິການ ໃຫ້ແກ່ພາກລັດ ແລະ ເອກະຊົນ ຫັນມານໍາໃຊ້ການບໍລິການຜ່ານລະບົບອອນລາຍ ແລະ ກະກຽມກໍານົດແຜນຈັດພິທີມອບ-ຮັບ ລະບົບດັ່ງກ່າວໃນວາລະທີ່ເໝາະສົມ.

ນະຄອນປາກເຊ: ກະກຽມເຊັນບົດບັນທຶກການຮ່ວມມື, ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ, ມີຄວາມຕ້ອງການເສີມຂະຫຍາຍ ແລະ ນໍາໃຊ້ລະບົບບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ ໃຫ້ເປັນຮູບປະທໍາ ໄວຂື້ນ ແລະ ຫຼາຍຂື້ນ, ສ້າງໃຫ້ເປັນນະຄອນຕົວແບບຂອງແຂວງຈໍາປາສັກ ໃນການຫັນເປັນທັນສະໄໝ ໂດຍເລັ່ງສ້າງລະບົບປະຕູຂໍ້ມູນຂ່າວສານຂອງນະຄອນປາກເຊ, ລະບົບຄຸ້ມຄອງ-ບໍລິຫານຈັດການຫ້ອງການທັນສະໄໝ, ລະບົບຄຸ້ມຄອງການຮຽນ-ການສອນ ແບບທັນສະໄໝ, ລະບົບການຕິດຕໍ່ສື່ສານພາກລັດ (G-Chat), ການຈັດເກັບ ແລະ ແຊເອກະສານຮ່ວມກັນຂອງພາກລັດ (G-share), ລະບົບຈົດໝາຍເອເລັກໂຕຼນິກ(E-mail) ແລະ ລະບົບອຶ່ນໆ

ບົດຂ່າວ: ສຸດສາຄອນ ທອງຈະເລີນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ