ພຕສ ແຂວງຈໍາປາສັກ ເປີດສູນຝຶກທັກສະ ແລະ ພັດທະນາດ້ານເຕັກໂນໂລຊີດິຈິຕອນ

29/12/2023

ພຕສ ແຂວງຈໍາປາສັກ ເປີດສູນຝຶກທັກສະ ແລະ ພັດທະນາດ້ານເຕັກໂນໂລຊີດິຈິຕອນ

          ໃນວັນທີ 27 ທັນວາ 2023 ຜ່ານມານີ້, ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) ແຂວງຈຳປາສັກ ໄດ້ຈັດພິທີເປີດສູນຝຶກທັກສະ ແລະ ພັດທະນາດ້ານເຕັກໂນໂລຊີດິຈິຕອນ ຂຶ້ນຢູ່ພະແນກດັ່ງກ່າວ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ, ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ວິໄລ ແກ້ວມະນີໄລ ຫົວໜ້າ ພຕສ ແຂວງຈໍາປາສັກ, ມີບັນດາການນໍາພະແນກການ/ກົມກອງອ້ອມຂ້າງແຂວງ, ການນໍາເມືອງ, ນະຄອນ, ນັກທຸລະກິດ, ຜູ້ປະກອບການດ້ານການສື່ສານພາຍໃນແຂວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ

 

      ໃນໂອກາດນີ້, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ໄດ້ມີຄໍາເຫັນຕໍ່ພິທີ ແລະ ທິດຊີ້ນໍາຕໍ່ ພຕສ ແຂວງ ໃຫ້ເອົາໃຈໃສ່ນໍາພາ-ຊີ້ນໍາ ວຽກງານຂອງຕົນໃຫ້ເກີດດອກອອກຜົນເປັນກ້າວໆມາ ຈົນສາມາດສ້າງໄດ້ສູນຝຶກທັກສະ ແລະ ພັດທະນາດ້ານເຕັກໂນໂລຊີດິຈິຕອນ ເພື່ອເປັນບ່ອນກໍ່ສ້າງ, ສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ແກ່ພະນັກງານ-ລັດຖະກອນ ຂອງພະແນກການ, ກົມກອງອ້ອມຂ້າງແຂວງ ທັງຮອງຮັບການຜັນຂະຫຍາຍການນໍາໃຊ້ລະບົບບໍລິຫານ ແລະ ບໍລິການພາກລັດຫັນເປັນດິຈິຕອນເທື່ອລະກ້າວ ເພື່ອຫັນເປັນລັດຖະບານດິຈິຕອນ ແລະ ສາມາດຮັບໃຊ້ເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃຫ້ມີຄວາມສະດວກ, ວ່ອງໄວ, ປະຢັດງົບປະມານ, ເວລາ ແລະ ບັນຫາສໍາຄັນແມ່ນມີຄວາມປອດໄພສູງ ສາມາດຕອບສະໜອງແນວທາງນະໂຍບາຍດັ່ງກ່າວ. ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃນນາມທີ່ເປັນເສນາທິການໃນວຽກງານດັ່ງກ່າວໃຫ້ແກ່ລັດຖະບານ ກໍຄືອົງການປົກຄອງທ້ອງຖິ່ນ ຈະຕ້ອງໄດ້ເປັນເຈົ້າການຢ່າງແຂງແຮງ ໃນການຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວຢ່າງມີຈຸດສຸມ ເພື່ອໃຫ້ພາກລັດ, ພາກເອກະຊົນ, ທຸລະກິດ ແລະ ສັງຄົມ ມີຄວາມຮັບຮູ້-ເຂົ້າໃຈ ສາມາດເຂົ້າເຖິງການບໍລິຫານ ແລະ ບໍລິການດ້ານດິຈິຕອນ, ຫັນວຽກງານລັດຖະບານດິຈິຕອນໄປສູ່ທັນສະໄໝ ໂດຍສະເພາະແມ່ນເຮັດໃຫ້ ສູນຝຶກທັກສະ ແລະ ພັດທະນາເຕັກໂນໂລຊີດິຈິຕອນນີ້ ໄດ້ມີການນໍາໃຊ້ຢ່າງມີປະສິດທິພາບ ແລະ ຍືນຍົງ

        ພ້ອມດຽວກັນ, ທ່ານ ໄຊລືຊາ ອິນສີຊຽງໝ່ ຮອງລັດຖະມົນຕີ ກຕສ ກໍໄດ້ມີຄໍາເຫັນຕໍ່ພິທີ ແລະ ສະແດງຄວາມຊົມເຊີຍທີ່ ພຕສ ແຂວງ ໄດ້ກະກຽມຄວາມພ້ອມ ໃຫ້ແກ່ການຈັດພິທີເປີດສູນມື້ນີ້ ຊຶ່ງເປັນແຂວງທໍາອິດ ທີ່ມີຄວາມຄິດລິເລີ່ມໃນການເປີດສູນຝຶກທັກສະ ແລະ ພັດທະນາເຕັກໂນໂລຊີດິຈິຕອນ ເຊຶ່ງເປັນບາດກ້າວໜຶ່ງທີ່ສຳຄັນຫຼາຍ ຖືເປັນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ໃນຂົງເຂດເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນ ລະຫວ່າງ ກຕສ ແລະ ແຂວງຈຳປາສັກ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ ພຕສ ແຂວງ ສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກດັ່ງກ່າວ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ໂດຍປະສານສົມທົບຢ່າງກັບບັນດາກົມ, ສູນ, ສະຖາບັນ ທີ່ກ່ຽວຂ້ອງຂອງ ກຕສ, ພ້ອມທັງຂຸ້ນຂ້ຽວຈັດຕັ້ງປະຕິບັດວຽກງານບູລິມະສິດ ໃຫ້ມີຜົນສຳເລັດໃນແຕ່ລະໄລຍະ, ສະເໜີຄົ້ນຄວ້າຊອກຫາແຫຼ່ງທຶນ, ຊ່ວຍເຫຼືອ, ສະໜັບສະໜູນ ເພື່ອປັບປຸງສູນຝຶກທັກສະດິຈິຕອນ ໃຫ້ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ. ຄຽງຄູ່ກັບການເອົາໃຈໃສ່ສ້າງແຜນເຄື່ອນໄຫວ ຝຶກອົບຮົມສ້າງຄວາມເຂັ້ມແຂງດ້ານດິຈິຕອນໃນຫົວຂໍ້ຕ່າງໆໃຫ້ກັບພະແນກການ, ກົມກອງອ້ອມຂ້າງແຂວງ ຕາມຄວາມເໝາະສົມໃນແຕ່ລະໄລຍະ

ແຫຼ່ງຂໍ້ມູນ: ໜັງສືພິມຈໍາປາໃໝ່ ແຂວງຈໍາປາສັກ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ