ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023

27/11/2023

ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ປະເມີນໜ່ວຍພັກປອດໃສ,  ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023

        ຕອນບ່າຍວັນທີ 16 ພະຈິກ 2023 ນີ້, ສາມໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງຈໍາປາສັກ ໄດ້ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023. ກອງປະຊຸມຈັດຂຶ້ນຢູ່ທີ່ຫ້ອງປະຊຸມພະແນກ ຕສ ແຂວງ ໂດຍການເຂົ້າຮ່ວມຂອງ ສະຫາຍ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຕສ ແຂວງ, ສະຫາຍ​ ຕິ່ງ​ແກ້ວ​ ບຸບຜາລາວັນ​ ຮອງປະທານຄະນະກວດກາພັກ,​ ຮອງຫົວໜ້າອົງການກວດກາລັດແຂວງ, ມີຄະນະກໍາມະການກວດກາປະເມີນຜົນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂັ້ນແຂວງ, ເລຂາ - ຮອງເລຂາ 03 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ, ຕາງໜ້າອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກໍາມະບານ, ພ້ອມດ້ວຍສະມາຊິກພັກ ພາຍໃນ 03​ ໜ່ວຍພັກຄື​: ໜ່ວຍພັກພະແນກ ຕສ ແຂວງ, ໜ່ວຍພັກບໍລິສັດ ອີທີແອລ ຈໍາກັດ ສາຂາແຂວງຈໍາປາສັກ​ ແລະ ໜ່ວຍພັກບໍລິສັດ ລັດວິສາຫະກິດໄປສະນີລາວ ສາຂາແຂວງຈໍາປາສັກ ເຂົ້າຮ່ວມ. 

      ໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດລາຍງານການກະກຽມການດໍາເນີນການປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະຈໍາປີ 2023​, ຜ່ານບົດລາຍງານການປະເມີນຜົນຂອງ 03 ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກໍາມະບານ, ຜ່ານບົດລາຍງານການປະເມີນຜົນພະນັກງານ-ລັດຖະກອນ ປີ 2023 ແລະ ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024, ຜ່ານບົດສໍາຫຼວດການນໍາພາລວມຂອງໜ່ວຍພັກ. ຈາກນັ້ນ ຜູ້ແທນກອງປະຊຸມ ກໍໄດ້ປະກອບຄໍາເຫັນຕີລາຄາ ຕໍ່ກັບບົດສະຫຼຸບຕ່າງໆ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ນໍາສະເໜີຄະນະພັກ - ຂັ້ນເທິງ ອະນຸມັດຮັບຮອງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນໂອກາດຕໍ່ໄປ. ສາມ​ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ​ ສາມາດຕີລາຄາສະມາຊິກພັກ ປະເພດ ແຂງ ແລະ ຕີລາຄາໜ່ວຍພັກ ເປັນໜ່ວຍພັກ ເຂັ້ມແຂງ.

       ຕອນທ້າຍກອງປະຊຸມ ສະຫາຍ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຕສ ແຂວງ ປະທານກອງປະຊຸມ ກໍໄດ້ຕາງໜ້າຄະນະພັກຂັ້ນເທິງ ມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.

ພາບ-ຂ່າວ: ກໍວິຊິດ​ ໂສພັນທະວົງ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ