ກອງປະຊຸມໃຫ່ຍຄັ້ງທີ III ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຈໍາປາສັກ

30/09/2024

ກອງປະຊຸມໃຫ່ຍຄັ້ງທີ III ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຈໍາປາສັກ

ໃນຕອນບ່າຍວັນທີ 25 ກັນຍາ 2024, ເວລາ 13:00 ນ. ພະແນກ ຕສ ແຂວງ ຈໍາປາສັກ ໄດ້ເປີດກອງປະຊຸມໃຫ່ຍຄັ້ງທີ III ຂອງຄະນະພັກຮາກຖານຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງພະແນກ ຕສ ໂດຍໃຫ້ກຽດເປັນປະທານຮ່ວມຂອງສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ວິໄລ ແກ້ວມະນີໄລ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ສະຫາຍ ພອນໄຊ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ນາງ ແສງທະລາ ປ້ອງວິໄລ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ຕສ, ສະຫາຍນາງ ສຸດສາຄອນ ທອງຈະເລີນ ປະທານສະຫາພັນຍິງຮາກຖານພະແນກ ຕສ, ຫົວໜ້າຂະແໜງບໍລິຫານລັດດິຈີຕອນ, ມີຄະນະກຳມະການບຸກຄະລາກອນຂັ້ນແຂວງ, ມີຄະພັກຮາກຖານ, ຄະນະໜ່ວຍພັກອ້ອມຂ້າງ ແລະ ສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມ ທັງໝົດ 45 ສະຫາຍ, ຍິງ 14 ສະຫາຍ.
ກອງປະຊຸມໄດ້ຮັບຟັງການຜ່ານມະຕິຕົກລົງ ຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ພະແນກ ຕສ ຂື້ນຜ່ານໂດຍທ່ານ ສີສຸກ ພົງພິຈິດ ຮອງປະທານກວດກາພັກ ແລະ ສະຫາຍ ວິໄລ ແກ້ວມະນີໄລ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ໄດ້ຂື້ນກ່າວເປີດກອງປະຊຸມໃຫ່ຍໃນຄັ້ງນີ້ ພ້ອມນີ້ໃນກອງປະຊຸມກໍໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ, ຜ່ານບົດສໍາຫຼວດການນໍາພາຂອງຄະນະພັກຮາກຖານ ໂດຍຕີລາຄາສະພາບການຈັດຕັ້ງປະຕິບັດນໍາພາ-ຊີ້ນໍາ ວຽກງານຮອບດ້ານຂອງຄະນະພັກຮາກຖານພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໃນໄລຍະ 5 ປີ ຜ່ານມາ (2020-2024).
ສະຫາຍ ພອນໄຊ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ຂື້ນຜ່ານມາດຖານເງື່ອນໄຂຜູ້ສະໝັກ ແລະ ລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ຂອງຄະນະພັກຮາກຖານຊຸດໃໝ່, ລາຍຊື່ຜູ້ສະໝັກໄປຮ່ວມກອງປະຊຸມຜູ້ແທນອົງຄະນະພັກແຂວງຈໍາປາສັກ ຄັ້ງທີ IX, ພ້ອມທັງປະກາດລາຍຊື່ຄະນະຄວບຄຸມການປ່ອນບັດ ແລະ ກອງປະຊຸມກໍໄດ້ມີການປ່ອນບັດລົງຄະແນນສຽງເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 7 ສະຫາຍ, ເລືອກເອົາ 5 ສະຫາຍ ແລະ ຜ່ານການປ່ອນບັດເລືອກຕັ້ງ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລືກ ເຫັນດີເລືອກເອົາ ສະຫາຍ ວິໄລ ແກ້ວມະນີໄລ ເປັນເລຂາຄະນະພັກຮາກຖານ ສະໄໝທີ III, ສະຫາຍ ສົມຈິດ ໂພທິສານ ເປັນຮອງເລຂາ, ສະຫາຍ ຄໍາໝື່ນ ເພັງຄໍາອ່ອນ ປະທານກວດກາ,ສະຫາຍ ນາງ ສຸດສາຄອນ ທອງຈະເລີນ ຄະນະ, ສະຫາຍ ນາງ ແສງທະລາ ປ້ອງວິໄລ ຄະນະ.
ໃນຕອນທ້າຍຂອງກອງສະຫາຍ ປອ ສຸປານີ ສີລິປຸນໂຍ ປະທານກອງປະຊຸມ ກໍໄດ້ມີຄໍາເຫັນໂອລົມຕໍ່ຄະນະພັກຮາກຖານຊຸດໃໝ່ ກໍຄືສະຫາຍສະມາຊິກພັກ ເພື່ອເປັນທິດທາງໃນການສືບຕໍ່ນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໃຫ້ມີຜົນສໍາເລັດສູງ ກອງປະຊຸມໄດ້ດໍາເນີນມາຮອດເວລາ 17:00 ນ.ກໍ່ໄດ້ປິດລົງດ້ວຍຜົນສໍາເລັດຕາມລະດັບຄາດໝາຍ.
ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ບັນດາຂໍ້ຫ້າມ ແລະ ລະບຽບ ການຂຶ້ນທະບຽນເລກໝາຍໂທລະສັບ