ຄະນະພັກຮາກຖານພະແນກ ຕສ ແຂວງຈໍາປາສັກ ທາບທາມບຸກຄະລາກອນ ເຂົ້າໃນໂຄງປະກອບ ຮອບ 1 ແລະ ຮອບ 2 ຕິດພັນກັບການດໍາເນີນຊີວິດການເມືອງ ທ້າຍສະໄໝ.​

10/09/2024

ຄະນະພັກຮາກຖານພະແນກ ຕສ ແຂວງຈໍາປາສັກ ທາບທາມບຸກຄະລາກອນ ເຂົ້າໃນໂຄງປະກອບ ຮອບ 1 ແລະ ຮອບ 2 ຕິດພັນກັບການດໍາເນີນຊີວິດການເມືອງ ທ້າຍສະໄໝ.​

ວັນທີ 4 ກັນຍາ 2024, ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງຈໍາປາສັກ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ເຂົ້າໃນໂຄງປະກອບ ຮອບທີ 1 ແລະ ຮອບທີ 2 ຕິດພັນກັບການດໍາເນີນຊີວິດການເມືອງ ທ້າຍສະໄໝ ຂອງຄະນະພັກຮາກຖານ. ກອງປະຊຸມຈັດຂຶ້ນຢູ່ຫ້ອງປະຊຸມພະແນກ ຕສ ແຂວງ ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ວາດສະໜາ ສີລິມາ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ສະຫາຍ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຕສ ແຂວງ, ສະຫາຍ ບຸນມີ ດວງມີສີ ຮອງຫົວໜ້າຄະນະຈັດຕັ້ງແຂວງ. ມີຄະນະກໍາມະການບຸກຄະລາກອນຂັ້ນແຂວງ, ເລຂາ - ຄະນະໜ່ວຍພັກ ແລະ ສະມາຊິກພັກ ຈາກໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານພະແນກ ຕສ ແຂວງ ເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຕສ ແຂວງ ໄດ້ຜ່ານບົດລາຍງານໂດຍສັງເຂບໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກຮາກຖານ ໂດຍຍົກໃຫ້ເຫັນສະພາບລວມ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະພັກຮາກຖານພະແນກ ຕສ ແຂວງ ເຮັດໜ້າທີ່ເປັນເສນາທິການ ໃຫ້ແກ່ຄະນະພັກຂັ້ນເທິງ, ມີ 4 ໜ່ວຍພັກ ຂື້ນກັບ ຄື: ໜ່ວຍພັກພະແນກ ຕສ ແຂວງ, ໜ່ວຍພັກບໍລິສັດ ໂທລະຄົມມະນາຄົມ ມະຫາຊົນ ສາຂາ ແຂວງຈໍາປາສັກ, ໜ່ວຍພັກບໍລິສັດ ໄປສະນີລາວ ຈໍາກັດ ສາຂາ ແຂວງຈໍາປາສັກ ແລະ ໜ່ວຍພັກບໍລິສັດ ອີທີແອລ ຈໍາກັດ ສາຂາ ແຂວງຈໍາປາສັກ ເຊິ່ງເປັນແກນນໍາໃນລະບົບການເມືອງຢູ່ຮາກຖານ. ຜ່ານມາ ໄດ້ສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ແລະ ຄໍາສັ່ງແນະນໍາຂອງຄະນະປະຈໍາພັກແຂວງຈໍາປາສັກ ເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ເວົ້າລວມ, ເວົ້າສະເພາະ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດນຳພາ - ຊີ້ນຳ ແລະ ສ້າງທຸກເງື່ອນໄຂອໍານວຍຄວາມສະດວກ ແລະ ສາມາດດໍາເນີນກອງປະຊຸມໃຫຍ່ຂອງ 4 ໜ່ວຍພັກຂຶ້ນກັບຕົນໄດ້ສຳເລັດຢ່າງສະຫງ່າງາມ ແລະ ເປັນຂະບວນຟົດຟື້ນ. ປັດຈຸບັນ ມີສະມາຊິກພັກທັງໝົດ ຈຳນວນ 58 ສະຫາຍ, ຍິງ 23 ສະຫາຍ, ໃນນັ້ນສະມາຊິກພັກສຳຮອງ 4 ສະຫາຍ, ຍິງ 3 ສະຫາຍ. ພ້ອມນີ້, ຍັງຍົກໃຫ້ເຫັນຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ຕື່ມອີກ.
ຕໍ່ມາ,ສະຫາຍ ບຸນມີ ດວງມີສີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ກໍໄດ້ຜ່ານມາດຕະຖານ, ເງື່ອນໄຂຜູ້ທີ່ຈະເຂົ້າສະໝັກ ເຂົ້າໃນຄະນະພັກຊຸດໃໝ່. ພ້ອມນີ້ ສະຫາຍ ນາງ ວາດສະໜາ ສີລິມາ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ກໍມີຄໍາເຫັນຊີ້ນໍາຕໍ່ການທາບທສໃບຸກຄະລາກອນ ຮອບທີ 1. ຈາກນັ້ນ, ຄະນະຮັບຜິດຊອບການທາບທາມ ກໍໄດ້ແນະນໍາວິທີການທາບທາມຮອບ 1 ແລະ ດໍາເນີນການປ່ອນບັດທາບທາມ, ກວດກາບັດ, ສັງລວມຜົນການທາບທາມ ແລະ ລາຍງານຜົນ ຕໍ່ຄະນະຊີ້ນໍາ.
ໃນຕອນບ່າຍຂອງວັນດຽວກັນ ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງຈໍາປາສັກ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ເຂົ້າໃນໂຄງປະກອບ ຮອບທີ 2 ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ວາດສະໜາ ສີລິມາ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ສະຫາຍ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຕສ ແຂວງ, ສະຫາຍ ພອນໄຊ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ.
ໃນກອງປະຊຸມຍັງໄດ້ຜ່ານຮ່າງບົດລາຍງານການເມືອງຂອງຄະນະພັກຮາກຖານ, ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ. ຈາກນັ້ນ, ປະທານກອງປະຊຸມ ກໍມີຄໍາເຫັນຊີ້ນໍາ ແລະ ປະກອບຄໍາເຫັນເຈາະຈີ້ມໃສ່ 2 ຮ່າງເອກະສານ ເພື່ອໃຫ້ຜູ້ແທນກອງປະຊຸມປະກອບຄໍາເຫັນ. ພ້ອມນີ້ ຍັງໄດ້ຜ່ານຄໍາແນະນໍາຂອງຄະນະກວດກາສູນກາງພັກ ເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023 ກ່ຽວກັບການກະກຽມ ແລະ ດໍາເນີນຊີວິດການເມືອງ ທ້າຍສະໄໝ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ຕໍ່ມາ, ປະທານກອງປະຊຸມ ກໍມີຄໍາເຫັນຊີ້ນຳຕໍ່ບັ້ນດໍາເນີນຊີວິດການເມືອງ ພ້ອມທັງປະກາດແບ່ງຈຸສໍາຫຼວດ ແລະ ດຳເນີນຊີວິດການເມືອງທ້າຍສະໄໝ ໂດຍສໍາຫຼວດບຸກຄົນໃນຄະນະພັກຮາກຖານ, ຄະນະໜ່ວຍພັກ ໂດຍເລີ່ມແຕ່ສະຫາຍເລຂາຄະນະພັກຮາກຖານ, ສະຫາຍເລຂາໜ່ວຍພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ໄດ້ດໍາເນີນການທາບທາມບຸກຄະລາກອນຮອບທີ 2 ແລະ ກອງປະຊຸມກໍໄດ້ປິດລົງໃນວັນດຽວກັນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ບັນດາຂໍ້ຫ້າມ ແລະ ລະບຽບ ການຂຶ້ນທະບຽນເລກໝາຍໂທລະສັບ