ໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023

10/09/2024

ໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023

ວັນທີ 28 ສິງຫາ 2024, ໄດ້ມີພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023 ໃຫ້ແກ່ 4 ໜ່ວຍພັກ ທີ່ຂຶ້ນກັບ ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ຄື: ໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານ, ໜ່ວຍພັກບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ຈໍາກັດ, ໜ່ວຍພັກບໍລິສັດອີທີແອວ ຈໍາກັດ, ໜ່ວຍພັກບໍລິສັດໄປສະນີລາວ ຈໍາກັດ.
ພິທີຈັດຂຶ້ນ ຢູ່ພະແນກ ຕສ ແຂວງ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ແກ້ວລັດຕະນະ ສີຫາວົງ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ສະຫາຍ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຕສ ແຂວງ, ສະຫາຍ ພອນໄຊ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ. ມີຄະນະກວດກາປະເມີນຜົນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຂັ້ນແຂວງ, ເລຂາ - ຮອງເລຂາ, ສະມາຊິກພັກ ໃນ 4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານພະແນກ ຕສແຂວງ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຕສ ແຂວງ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023 ໂດຍຍົກໃຫ້ເຫັນທີ່ຕັ້ງ, ຈຸດພິເສດ ຂອງຄະນະພັກຮາກຖານ ທີ່ໄດ້ນໍາພາ-ຊີ້ນໍາ, ມີ 4 ໜ່ວຍພັກ ທີ່ຂຶ່ນກັບ, ມີສະມາຊິກພັກທັງໝົດ 57 ສະຫາຍ, ຍິງ 23 ສະຫາຍ, ໃນນັ້ນ ສະມາຊິກພັກ ສໍາຮອງ 7 ສະຫາຍ, ຍິງ 3 ສະຫາຍ; ຍົກໃຫ້ເຫັນການນໍາພາ ໃນການຈັດຕັ້ງປະຕິບັກວຽກງານກວດກາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃນປີ 2023, ນັບແຕ່ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນໍາພາ. ສໍາລັບການນໍາພາດ້ານວິຊາສະເພາະ. ຄະນະພັກຮາກຖານພະແນກ ຕສ ແຂວງ ໄດ້ນໍາພາປະຕິບັດໜ້າທີ່ວິຊາສະເພາະ ເຮັດໃຫ້ວຽກງານມີການເຕີບໃຫຍ່ຂະຫຍາຍຕົວ. ພ້ອມນີ້, ຍັງໄດ້ຜ່ານທິດທາງແຜນການ ປະຈໍາປີ 2024 ຕື່ມອີກ.
ຕໍ່ມາ, ສະຫາຍ ພອນໄຊ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ກໍໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023 ໃຫ້ແກ່ 4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານພະແນກ ຕສ ແຂວງ. ຈາກນັ້ນ ກໍໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023 ໃຫ້ແກ່ 4 ໜ່ວຍພັກດັ່ງກ່າວ, ໃຫ້ກຽດມອບໂດຍ ສະຫາຍ ແກ້ວລັດຕະນະ ສີກາວົງ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ຮັບໂດຍ ສະຫາຍເລຂາ 4 ໜ່ວຍພັກ.
ໃນພິທີ, ຍັງໄດ້ມີການຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຮັບຮອງເອົາຜົນການເລືອກຕັ້ງ ແລະ ການແບ່ງງານ-ແບ່ງຄວາມຮັບຜິດຊອບ ຂອງຄະນະໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ແລະ ການຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ຈໍານວນ 05 ສະຫາຍ, ຍິງ 02 ສະຫາຍ ແລະ ມະຕິຕົກລົງວ່າດ້ວຍການອະນຸມັດຮັບເອົາມະຫານຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ ຈໍານວນ 02 ສະຫາຍ, ຍິງ 02 ສະຫາຍ. ຈາກນັ້ນ, ກໍໄດ້ມອບມະຕິຕົກລົງ ໃຫ້ສະຫາຍສະມາຊິກພັກໃໝ່. ຕອນທ້າຍພິທີ, ສະຫາຍ ແກ້ວລັດຕະນະ ສີກາວົງ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງກໍມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ບັນດາຂໍ້ຫ້າມ ແລະ ລະບຽບ ການຂຶ້ນທະບຽນເລກໝາຍໂທລະສັບ