ກອງປະຊຸມສໍາມະນາ ແລະ ຝຶກອົບຮົມ ສ້າງຄວາມເຂັ້ມແຂວງວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດິຈີຕອນ ໃຫ້ບັນດາ ພະແນກການ, ກົມກອງອ້ອມຂ້າງແຂວງ.

26/08/2024

ກອງປະຊຸມສໍາມະນາ ແລະ ຝຶກອົບຮົມ ສ້າງຄວາມເຂັ້ມແຂວງວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດິຈີຕອນ ໃຫ້ບັນດາ ພະແນກການ, ກົມກອງອ້ອມຂ້າງແຂວງ.

ໃນລະຫວ່າງວັນທີ 21-22 ສິງຫາ 2024, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຈໍາປາສັກ ໄດ້ຈັດກອງປະຊຸມສໍາມະນາ ແລະ ຝຶກອົບຮົມ ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດິຈີຕອນ ໃຫ້ບັນດາ ພະແນກການ, ກົມກອງອ້ອມຂ້າງແຂວງ ຂື້ນຢູ່ທີ່ຫ້ອງປະຊຸມຂອງພະແນກ ຕສ ໂດຍການເປັນປະທານ ຂອງທ່ານ ສົມຈິດ ໂພທິສານ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ, ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການຈາກພະແນກການ, ກົມກອງອ້ອມຂ້າງແຂວງຈໍາປາສັກ ເຂົ້າຮ່ວມທັງໝົດ 27 ທ່ານ, ຍິງ 04 ທ່ານ.


ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ກໍເພື່ອຍົກລະດັບສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂັ້ນແຂວງ ໃນການຈັດຕັ້ງຜັນຂະຫຍາຍວຽກງານສົ່ງເສີມ ແລະ ການນໍາໃຊ້ເຕັກໂນໂລຊີດີຈິຕອນເຂົ້າຊ່ວຍໃນວຽກງານການເຮັດວຽກໃນແຕ່ລະພະແນກການ ຊື່ງຈະຊ່ວຍໃຫ້ບັນດາບຸກຄະລາກອນໄດ້ຮັບການພັດທະນາຢ່າງເປັນລະບົບ, ຕໍ່ເນື່ອງ ແລະ ສາມາດຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໄດ້ ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານທີ່ເຮັດວຽກໄອທີ ຂອງພະແນກການຕ່າງໆໃຫ້ມີຄວາມເຂັ້ມແຂງ, ມີຄວາມຮູ້, ຄວາມສາມາດໃນການນໍາໃຊ້ເຕັກໂນໂລຊີໃໝ່ຢູ່ຕະຫຼອດເວລາ ເພື່ອນໍາມາພັດທະນາພະແນກການຂອງຕົນ.


ໃນຊຸດຝຶກອົບຮົມຄັ້ງນີ້ ນັກສໍາມະນາກອນແມ່ນໄດ້ຮັບຮູ້ກ່ຽວກັບບົດນໍາສະເໜີ ຄວາມສໍາຄັນ ແລະ ຄວາມຈໍາເປັນໃນການຫັນເປັນດີຈີຕ໋ອນ ຂອງແຂວງຈໍາປາສັກ, ນໍາສະເໜີການສ້າງ ແລະ ນໍາໃຊ້ລະບົບຈົດໝາຍເອເລັກໂຕຣນິກຂອງລັດຖະບານ (E-mail), ນໍາສະເໜີການຕິດຕັ້ງ ແລະ ນໍາໃຊ້ລະບົບກອງປະຊຸມທາງໄກ (Video Conference) ລະບົບ True Conf ຜ່ານໂທລະສັບມືຖື ແລະ ຄອມພີວເຕີ້, ການຕິດຕັ້ງ ແລະ ນໍາໃຊ້ລະບົບກອງປະຊຸມທາງໄກ(Video Conference) ລະບົບ Google Meet ແລະ Zoom, ການຕິດຕັ້ງ ແລະ ການນໍາໃຊ້ລະບົບການສື່ສານພາກລັດ(G-Chat) ໃນໂທລະສັບມືຖື ແລະ ຄອມພີວເຕີ, ການຕິດຕັ້ງ ແລະ ນໍາໃຊ້ລະບົບການຈັດເກັບ ແລະ ນໍາໃຊ້ຂໍ້ມູນຮ່ວມກັນ ພາກລັດ (G-Share/G-Drive) ໃນໂທລະສັບມືຖື ແລະ ຄອມພີວເຕີ, ນໍາສະເໜີລະບົບການບໍລິຫານຫ້ອງການທັນສະໄໝ (M-Office), ລະບົບການຮຽນ-ການສອນ (Smart School), ລະບົບການຄຸ້ມຄອງຄັງທານຸເຄາະ ຂອງພະແນກ ຕສ ແລະ ນໍາສະເໜີ ນໍາສະເໜີການນໍາໃຊ້ຂໍ້ມູນຂ່າວສານຜ່ານອິນເຕີເນັດໃຫ້ມີຄວາມປອດໄພ, ສະຕິບໍ່ໃຫ້ຖືກຫຼອກລວງທາງສື່ອອນລາຍ, ການນໍາໃຊ້ໂທລະສັບມືຖື ໃຫ້ມີຄວາມປອດໄພ, ກົນໄກຕອບໂຕ້ສື່ສັງຄົມອອນລາຍ,


ພ້ອມກັນນັ້ນ, ຍັງໄດ້ມີການສົນທະນາແລກປ່ຽນ, ປະກອບຄໍາຄິດຄໍາເຫັນ ແລະ ຕັ້ງຄໍາຖາມຢ່າງກົງໄປກົງມາ, ທົດລອງການນໍາໃຊ້ຕົວຈິງ ເຊີ່ງຜົນໄດ້ຮັບຈາກການປະເມີນຊຸດຝຶກອົບຮົມຄັ້ງນີ້ໂດຍລວມແມ່ນຈັດຢູ່ໃນລະດັບດີ, ບັນດາຫົວຂໍ້ຝຶກອົບຮົມມີປະໂຫຍດຫຼາຍ ແລະ  ຄາດວ່າຈະສາມາດນໍາໃຊ້ເຂົ້າໃນການປະຕິບັດວຽກງານຂອງຜູ້ເຂົ້າຮ່ວມໄດ້ຫຼາຍພໍສົມຄວນ ແລະ ນັກສໍາມະນາກອນຍັງໄດ້ສະເໜີໃຫ້ມີການຈັດຝຶກອົບຮົມຢ່າງກ້ວາງຂວາງ ແລະ ຕໍ່ເນື່ອງເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຄວາມຮູ້, ຄວາມເຂົ້າໃນໃຫ້ແກ່ພະນັກງານທ້ອງຖິິ່ນໃນທົ່ວແຂວງ ໄດ້ຮັບຮູ້ບົດຮຽນຄວາມຮູ້ທັນສະໄໝ ແທດເໝາະກັບການພັດທະນາໃນປັດຈຸບັນ.


ພາບ-ຂ່າວ: ຂະແໜງບໍລິຫານລັດ ດິຈິຕອນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ບັນດາຂໍ້ຫ້າມ ແລະ ລະບຽບ ການຂຶ້ນທະບຽນເລກໝາຍໂທລະສັບ