ໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ດຳເນີນກອງປະຊຸມໃຫຍ່ຄັ້ງທີ III, ພ້ອມເລືອກ0000ຕັ້ງເອົາຄະນະໜ່ວຍພັກຊຸດໃໝ່.

26/08/2024

ໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ດຳເນີນກອງປະຊຸມໃຫຍ່ຄັ້ງທີ III, ພ້ອມເລືອກ0000ຕັ້ງເອົາຄະນະໜ່ວຍພັກຊຸດໃໝ່.

ໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານ ທີ່ຂຶ້ນກັບຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ III ຂັ້ນຕົນຢ່າງເປັນທາງການ. ກອງປະຊຸມເປີດຂຶ້ນໃນວັນທີ 07 ສິງຫາ 2024 ທີ່ຫ້ອງປະຊຸມພະແນກ ຕສ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ວິໄລ ແກ້ວມະນີໄລ ກຳມະການພັກແຂວງ ເລຂາຄະນະພັກຮາກຖານຫົວໜ້າພະແນກ ຕສ ແຂວງ, ສະຫາຍ ບຸນມີ ດວງມີສີ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ນາງ ພຸດທະວັນ ລົມພະຈັນ ຮອງເລຂາໜ່ວຍພັກພະແນກ ຕສ ແຂວງ ຊຸດທີ II, ມີຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະກຳມະການບຸກຄະລາກອນຂັ້ນແຂວງ, ມີຄະນະໜ່ວຍພັກອ້ອມຂ້າງ ແລະ ສະມາຊິກພັກເຂົ້າຮ່ວມທັງໝົດ 32 ສະຫາຍ, ຍິງ 10 ສະຫາຍ.


ໃນພິທີສະຫາຍ ບຸນມີ ດວງມີສີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງ ຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດ ດໍາເນີນກອງປະຊຸມໃຫ່ຍຄັ້ງທີ III ຂອງໜ່ວຍພັກພະແນກ ຕສ ແຂວງ.

ສະຫາຍ ນາງ ພຸດທະວັນ ລົມພະຈັນ ຮອງເລຂາໜ່ວຍພັກ ໄດ້ກ່າວເປີດກອງປະຊຸມ ແລະ ຜ່ານບົດລາຍງານການເມືອງທັງ 2 ພາກ ສະໄໝທີ II ຜ່ານມາ ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກ.

ສະຫາຍ ນາງ ແສງທະລາ ປ້ອງວິໄລ ປະທານກວດກາພັກ ໄດ້ຜ່ານບົດສໍາຫຼວດການນໍາພາລວມຂອງໜ່ວຍພັກໃນໄລຍະ 5 ປີຜ່ານມາ, ໂດຍສະຫາຍໄດ້ຕີລາຄາຄືນຕໍ່ການນຳພາ-ຊີ້ນໍາ ວຽກງານຮອບດ້ານໃນໄລຍະຊຸມປີຜ່ານມາ ເຊິ່ງຄະນະໜ່ວຍພັກໄດ້ຖືເອົາວຽກງານການສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານໃຫ້ມີຄວາມໜັກແໜ້ນ ມີຄວາມເປັນເອກະພາບສູງຕໍ່ແນວທາງນະໂຍບາຍຂອງພັກ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້, ພາຍໃນໜ່ວຍພັກມີຈໍານວນສະມາຊິກພັກ 29 ສະຫາຍ, ຍິງ 11 ສະຫາຍ, ສະມາຊິກພັກສົມບູນ 25 ສະຫາຍ, ຍິງ  9 ສະຫາຍ, ສະມາຊິກພັກສໍາຮອງ 4 ສະຫາຍ, ຍິງ 2 ສະຫາຍ ຈາກຜົນງານການນຳພາ-ຊີ້ນຳເຮັດໃຫ້ໜ່ວຍພັກໄດ້ຮັບນາມມະຍົດເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ. ກອງປະຊຸມໄດ້ມີຄວາມເປັນເອກະພາບສູງຮັບຮອງເອົາບົດລາຍງານການເມືອງທັງສອງພາກຈາກຜູ້ແທນສົມບູນພາຍໃນໜ່ວຍພັກທີ່ເຂົ້າຮ່ວມ.


ພ້ອມນີ້ ສະຫາຍ ບຸນມີ ດວງມີສີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານມາດຖານເງື່ອນໄຂຜູ້ສະໝັກຮັບເລືອກຕັ້ງຄະນະພັກ ພ້ອມທັງປະກາດລາຍຊື່ຄະນະຄວບຄຸມການປ່ອນບັດ ຈາກນັ້ນກອງປະຊຸມກໍໄດ້ມີການປ່ອນບັດລົງຄະແນນສຽງເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ ແລະ ຜ່ານການປ່ອນບັດເລືອກຕັ້ງ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລືກ ເຫັນດີເລືອກເອົາ ສະຫາຍ ທຽນໄຊ ສະຖາພອນ ເປັນເລຂາໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານສະໄໝທີ III,  ສະຫາຍ ນາງ ສຸດສາຄອນ ທອງຈະເລີນ ເປັນຮອງເລຂາ, ສະຫາຍ ນາງ ໄໝທອງ ເກດຮັກສາ ເປັນປະທານກວດກາໜ່ວຍພັກ.


ໂອກາດນີ້ ສະຫາຍ ເລຂາຄະນະພັກຮາກຖານ ພະແນກ ຕສ ແຂວງ  ກໍໄດ້ມີຄໍາເຫັນໂອລົມເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ຄະນະໜ່ວຍພັກຊຸດໃໝ່, ກໍຄືສະມາຊິກພັກພາຍໃນໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານ ໂດຍຕີລາຄາສູງຕໍ່ໝາກຜົນ-ຜົນງານການນຳພາ-ຊີ້ນຳວຽກງານຮອບດ້ານຂອງຄະນະໜ່ວຍພັກໃນໄລຍະຜ່ານມາ ກໍຄືຄວາມເຕີບໃຫຍ່ເຂັ້ມແຂງຂອງໜ່ວຍພັກ ພ້ອມນີ້ສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ກຳນົດທິດທາງໜ້າທີ່ການນໍາພາ-ຊີ້ນໍາໃນຊຸມປີຕໍ່ໜ້າໃຫ້ຖືກຕ້ອງສອດຄ່ອງ ແລະ ມີຜົນສໍາເລັດໃຫ່ມຫຼາຍລື່ນເກົ່າ.

ຂ່າວ-ພາບ: ກໍວິຊິດ ໂສພັນທະວົງ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ບັນດາຂໍ້ຫ້າມ ແລະ ລະບຽບ ການຂຶ້ນທະບຽນເລກໝາຍໂທລະສັບ