ຝຶກອົບຮົມການນໍາໃຊ້ ລະບົບຈົດໝາຍເອເລັກໂຕຣນິກຂອງລັດຖະບານ (e-mail) ໃຫ້ພະນັກງານ-ລັດຖະກອນພາຍໃນພະແນກ ຕສ ແຂວງຈໍາປາສັກ.

26/07/2024

ຝຶກອົບຮົມການນໍາໃຊ້ ລະບົບຈົດໝາຍເອເລັກໂຕຣນິກຂອງລັດຖະບານ (e-mail) ໃຫ້ພະນັກງານ-ລັດຖະກອນພາຍໃນພະແນກ ຕສ ແຂວງຈໍາປາສັກ.

        ໃນຕອນບ່າຍວັນທີ 24 ກໍລະກົດ 2024, ຂະແໜງບໍລິຫານລັດດີຈິຕອນ, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມ ຝຶກອົບຮົມການນໍາໃຊ້ ລະບົບຈົດໝາຍເອເລັກໂຕຣນິກຂອງລັດຖະບານ (e-mail) ໃຫ້ພະນັກງານ-ລັດຖະກອນພາຍໃນພະແນກຂອງຕົນ ໂດຍການເປັນປະທານຂອງທ່ານ ສົມຈິດ ໂພທິສານ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ, ມີ ພະນັກງານ-ລັດຖະກອນທັງໝົດພາຍໃນພະແນກ ຕສ ແຂວງ.

        ຈຸດປະສົ່ງໃນການຝຶກອົບຮົມຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງດ້ານວິຊາການ ຫັນວຽກງານຕ່າງໆເປັນທັນສະໄໝ ກ່ຽວກັບການນໍາໃຊ້ ລະບົບຈົດໝາຍເອເລັກໂຕຣນິກຂອງລັດຖະບານ (e-mail) ເຂົ້າໃນວຽກງານການບໍລິຫານລັດຂອງພວກເຮົາ ການຫັນເປັນດີຈີຕອນ ຂອງພາກລັດໄປສູ່ທັນສະໄໝ ຕາມທິດຊີ້ນໍາຂອງແຂວງ ແນໃສ່ເພີ່ມຂີດຄວາມຮູ້, ຄວາມສາມາດ ແລະ ທັກສະ ໃຫ້ແກ່ພະນັກງານ-ລັດຖະກອນ ຫັນເປັນດີຈີຕອນເທື່ອລະກ້າວ ເພື່ອນໍາໃຊ້ເຂົ້າໃນວຽກງານລັດຖະການຈາກພາຍໃນກົມກອງຂອງຕົນ ສູ່ກົມກອງພາຍນອກ

        ການຝຶກອົບຮົມຄັ້ງນີ້ ທ່ານ ດາວປັນຍາ ສຸວິແກ້ວ ວິຊາການ ຂະແໜງບໍລິຫານລັດດິຈິຕອນ ໃດ້ຂື້ນນຳສະເໜີກ່ຽວກັບ ການນຳໃຊ້ລະບົບຈົດໝາຍເອເລັກໂຕຣນິກຂອງລັດຖະບານ (e-mail) ແລະ ໄດ້ນຳພາການນຳໃຊ້ຕົວຈິງ ໃຫ້ບັັນດາຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ ແລະ ໄດ້ມີການສົນທະນາແລກປ່ຽນກ່ຽວກັບການນຳໃຊ້ຕົວຈິງຂອງ ລະບົບຈົດໝາຍເອເລັກໂຕຣນິກຂອງລັດຖະບານ (e-mail).

        ພິທີຝຶກອົບຮົມໄດ້ດໍາເນີນມາຮອດ 16:00 ໂມງ ກໍໄດ້ປິດລົງຢ່າງຈົບງາມ.


ພາບ-ຂ່າວ: ກໍວິຊິດ​ ໂສພັນທະວົງ
_____________________________
ຕິດຕາມຂ່າວພະແນກ ຕສ​ ແຂວງຈໍາປາສັກ
ໄດ້ທາງເວັບໄຊ໌ https://www.dtc-cps.gov.la

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ບັນດາຂໍ້ຫ້າມ ແລະ ລະບຽບ ການຂຶ້ນທະບຽນເລກໝາຍໂທລະສັບ