ພະແນກ ຕສ ແຂວງ ຈໍາປາສັກ ປະກາດພະນັກງານຂັ້ນນໍາພາ-ຄຸ້ມຄອງເຂົ້າພັກຜ່ອນບໍານານ ແລະ ປະກາດແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຂະແໜງ.

24/07/2024

ພະແນກ ຕສ ແຂວງ ຈໍາປາສັກ ປະກາດພະນັກງານຂັ້ນນໍາພາ-ຄຸ້ມຄອງເຂົ້າພັກຜ່ອນບໍານານ ແລະ ປະກາດແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຂະແໜງ.

        ຕອນເຊົ້າວັນທີ 23 ກໍລະກົດ 2024, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຈໍາປາສັກ(ຕສ) ໄດ້ມີພິທີປະກາດພະນັກງານຂັ້ນນໍາພາ-ຄຸ້ມຄອງ ອອກພັກຜ່ອນ-ຮັບອຸດໜູນບໍານານ ແລະ ປະກາດແຕ່ງຕັ້ງຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ ໂດຍໃຫ້ກຽດເປັນປະທານຂອງທ່ານ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ, ຫົວໜ້າພະແນກ ຕສ ແຂວງ ຈໍາປາສັກ, ເຂົ້າຮ່ວມພິທີຄັ້ງນີ້ມີທ່ານ ແສງອາທິດ ຂັນດາຣາ ຮອງຫົວໜ້າພະແນກພາຍໃນ ແຂວງຈໍາປາສັກ, ທ່ານ ນາງ ສົມບູນ ແກ້ວພະນາໄພ ຫົວໜ້າຂະແໜງພະນັກງານ ຄະນະຈັດຕັ້ງແຂວງ ແລະ ມີຄະນະພະແນກ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການທັງໝົດພາຍໃນພະແນກ ຕສ ເຂົ້າຮ່ວມຢ່າງພ້ອມພຽງ.


        ໃນພິທີ ທ່ານ ແສງອາທິດ ຂັນດາຣາ ຮອງຫົວໜ້າພະແນກພາຍໃນ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆ ຈໍາປາສັກ ສະບັບເລກທີ 732/ຈຂ. ຈສ, ລົງວັນທີ 28 ມິຖຸນາ 2024 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນຮັບອຸດໜູນບໍານານ ປີ 2024. ເຫັນດີໃຫ້ ນາງ ພູວຽງ ຄໍາພາພົງຜ່ານ ຮອງຫົວໜ້າຂະແໜງບໍລິຫານ, ຈັດຕັ້ງກວດກາ ພະແນກ ຕສ ແຂວງຈໍາປາສັກ ເລີ້ມແຕ່ວັນທີ 28 ມິຖຸນາ 2024 ເປັນຕົ້ນໄປ.

        ໃນພິທີຍັງໄດ້ມີການແຕ່ງຕັ້ງຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ ທ່ານ ນາງ ສົມບູນ ແກ້ວພະນາໄພ ຫົວໜ້າຂະແໜງພະນັກງານ ຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆ ຈໍາປາສັກ ສະບັບເລກທີ 825/ຈຂ.ຈສ, ລົງວັນທີ 15 ກໍລະກົດ 2024, ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຂະແໜງ ໂດຍເຫັນດີແຕ່ງຕັ້ງ ທ່ານ ອາພິສິດ ມະນີວົງ ວ່າການຫົວໜ້າຂະແໜງເຕັກໂນໂລຊີ ແລະ ນະວັດຕະກໍາ ເປັນໜົວໜ້າຂະແໜງເຕັກໂນໂລຊີ ແລະ ນະວັດຕະກໍາ, ເຫັນດີແຕ່ງຕັ້ງ ທ່ານ ເລນິນ ດວງພູມີ, ວິຊາການຂະແໜງຄວາມປອດໄພໄຊເບີ ເປັນຮອງຫົວໜ້າຂະແໜງຄວາມປອດໄພໄຊເບີ.

ໂອກາດດຽວກັນ ທ່ານ ວິໄລ ແກ້ວມະນີໄລ ປະທານກອງປະຊຸມ ກໍ່ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍຕໍ່ພະນັກງານຜູ້ທີ່ເຂົ້າຮັບບໍານານ ແລະ ບັນດາທ່ານທີ່ຖືກແຕ່ງຕັ້ງລ້ວນແຕ່ແມ່ນບຸກຄົນທີ່ຫ້າວຫັນ ແລະ ມີຄວາມຮູ້ຄວາມສາມາດມີຜົົນງານໃນການຈັດຕັ້ງປະຕິບັດໜ້າທີ່ເຂົ້າໃນວຽກງານໄດ້ຮັບການໄວ້ເນື້ອເຊື່ອໃຈຈາກການຈັດຕັ້ງເປັນຢ່າງດີ ແລະ ພິທີດັ່ງກ່າວກໍໄດ້ປິດລົງໃນວັນດຽວກັນ.


ພາບ-ຂ່າວ: ກໍວິຊິດ​ ໂສພັນທະວົງ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ບັນດາຂໍ້ຫ້າມ ແລະ ລະບຽບ ການຂຶ້ນທະບຽນເລກໝາຍໂທລະສັບ