ຄະນະພັກຮາກຖານພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ທາບທາມບຸກຄະລາກອນເຂົ້າ ໃສ່ໂຄງປະກອບຄະນະພັກຊຸດໃໝ່ ຕິດພັນກັບການດໍາເນີນຊີວິດການເມືອງທ້າຍສະໄໝ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫ່ຍຂອງບັນດາໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານ ພະແນກ ຕສ.

24/07/2024

ຄະນະພັກຮາກຖານພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ທາບທາມບຸກຄະລາກອນເຂົ້າ ໃສ່ໂຄງປະກອບຄະນະພັກຊຸດໃໝ່ ຕິດພັນກັບການດໍາເນີນຊີວິດການເມືອງທ້າຍສະໄໝ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫ່ຍຂອງບັນດາໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານ ພະແນກ ຕສ.

        ວັນທີ 8 - 9 ກໍລະກົດ 2024, ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງຈໍາປາສັກ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນເຂົ້າ ໃນໂຄງປະກອບຄະນະໜ່ວຍພັກ  ຮອບທີ 1 ແລະ ຮອບທີ 2, ຕິດພັນກັບການດໍາເນີນຊີວິດການເມືອງ ທ້າຍສະໄໝ ຂອງບັນດາໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ. ກອງປະຊຸມຈັດຂຶ້ນຢູ່ພະແນກດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ປະລິນຍາເອກ ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີ ສະຫາຍ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຕສ ແຂວງ, ຄະນະກຳມະການບຸກຄະລາກອນຂັ້ນແຂວງ, ຄະນະພັກ - ຄະນະພະແນກ, ເລຂາ - ຮອງເລຂາໜ່ວຍພັກ, ສະມາຊິກພັກສົມບູນ-ສໍາຮອງ ພາຍໃນຄະນະພັກຮາກຖານພະແນກ ຕສ ແຂວງ ເຂົ້າຮ່ວມທັງໝົດ 51 ສະຫາຍ, ຍິງ 17 ສະຫາຍ.


        ເອກະສານທີ່ນໍາມາເຜີຍແຜ່ເຊື່ອມຊຶມ ມີ 4 ເອກະສານ ຄື: ເອກະສານ ຄວາມເຂົ້າໃຈກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເອກະສານ ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງຂອງພັກ; ເອກະສານ ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນທາດການເມືອງ - ຄຸນສົມບັດສິນທໍາປະຕິວັດ ແລະ ເດັດດ່ຽວແກ້ໄຂປາກົດການຫຍໍ້ທໍ້ ໃນຖັນແຖວ ສະມາຊິກພັກ - ພະນັກງານ. ຈຸດປະສົງ ກໍເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ ພາຍໃນພະແນກ ຕສ ແຂວງ ມີຄວາມຮັບຮູ້ເຂົ້າໃຈເຖິງຄວາມໝາຍສໍາຄັນຂອງແຕ່ລະເອກກະສານ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ, ການປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.


        ໃນກອງປະຊຸມ,  ສະຫາຍ ນາງ ແສງທະລາ ປ້ອງວິໄລ ຮອງເລຂາຄະນະພັກຮາກຖານ ຍັງໄດ້ຜ່ານບົດລາຍງານໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ໂດຍຍົກໃຫ້ເຫັນສະພາບລວມ,  ພາລະບົດບາດ,  ສິດ ແລະ ໜ້າທີ່ຂອງຄະນະພັກຮາກຖານພະແນກ ຕສ ແຂວງ ເຊິ່ງເປັນຄະນະພັກຮາກຖານໜຶ່ງ ຂຶ້ນກັບອົງຄະນະພັກແຂວງ ເຮັດໜ້າທີ່ໃນການສຶກສາອົບຮົມການເມືອງ - ແນວຄິດ ຕິດພັນກັບການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງແຕ່ລະຂະແໜງການ. ພ້ອມນີ້ ຍັງໄດ້ຍົກໃຫ້ເຫັນການນໍາພາວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນຄວາມສະຫງົບຂອງສໍານັກງານ, ວຽກງານກໍ່ສ້າງພັກ - ພະນັກງານ, ວຽກງານກວດກາ - ປ້ອງກັນພັກ.ຄະນະພັກຮາກຖານພະແນກ ຕສ ແຂວງ ມີ 04 ໜ່ວຍພັກທີ່ຂຶ້ນກັບ, ມີສະມາຊິກພັກທັງໝົດ 61 ສະຫາຍ, ຍິງ 21 ສະຫາຍ, ໃນນັ້ນ, ສະມາຊິກພັກສໍາຮອງ 07 ສະຫາຍ, ຍິງ 03 ສະຫາຍ.


        ຕໍ່ມາ,  ສະຫາຍ ພອນໄຊ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ກໍໄດ້ຜ່ານມາດຕະຖານ, ເງື່ອນໄຂຜູ້ທີ່ຈະເຂົ້າສະໝັກ ເຂົ້າໃນຄະນະພັກຊຸດໃໝ່.  ພ້ອມນີ້ ສະຫາຍ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານຫົວໜ້າພະແນກ ຕສ ແຂວງ ກໍມີຄໍາເຫັນຊີ້ນໍາ ກ່ຽວກັບການທາບທາມບຸກຄະລາກອນ ຮອບທີ 1. ຈາກນັ້ນ, ຄະນະຮັບຜິດຊອບການທາບທາມ ກໍໄດ້ແນະນໍາວິທີການທາບທາມຮອບ 1 ແລະ ດໍາເນີນການປ່ອນບັດທາບທາມ, ກວດກາບັດ, ສັງລວມຜົນການທາບທາມ ແລະ ລາຍງານຜົນ ຕໍ່ຄະນະຊີ້ນໍາ.


        ກອງປະຊຸມຄັ້ງນີ້ ຍັງໄດ້ຜ່ານຮ່າງບົດລາຍງານການເມືອງຂອງໜ່ວຍພັກ, ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ. ຈາກນັ້ນ, ປະທານກອງປະຊຸມ ກໍມີຄໍາເຫັນຊີ້ນໍາ ແລະ ປະກອບຄໍາເຫັນເຈາະຈີ້ມ ໃສ່ 2 ຮ່າງເອກະສານ ເພື່ອໃຫ້ຜູ້ແທນກອງປະຊຸມປະກອບຄໍາເຫັນ. ພ້ອມນີ້ ຍັງໄດ້ຜ່ານຄໍາແນະນໍາຂອງຄະນະກວດກາສູນກາງພັກ ເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023 ກ່ຽວກັບການກະກຽມ ແລະ ດໍາເນີນຊີວິດການເມືອງ ທ້າຍສະໄໝ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ຕໍ່ມາ, ປະທານກອງປະຊຸມ ກໍມີຄໍາເຫັນຊີ້ນຳຕໍ່ບັ້ນດໍາເນີນຊີວິດການເມືອງພ້ອມທັງປະກາດແບ່ງຈຸສໍາຫຼວດ ແລະ ດຳເນີນຊີວິດການເມືອງທ້າຍສະໄໝ ໂດຍສໍາຫຼວດບຸກຄົນຄະນະໜ່ວຍພັກ ແລະ ສະມາຊິກພັກ. ຕອນທ້າຍກອງປະຊຸມ ຍັງໄດ້ດໍາເນີນການທາບທາມບຸກຄະລາກອນຮອບທີ 2 ຕື່ມອີກ ແລະ ກອງປະຊຸມກໍໄດ້ປິດລົງ.


ພາບ-ຂ່າວ: ກໍວິຊິດ​ ໂສພັນທະວົງ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ບັນດາຂໍ້ຫ້າມ ແລະ ລະບຽບ ການຂຶ້ນທະບຽນເລກໝາຍໂທລະສັບ