ກອງປະຊຸມທາບທາມເອົາບຸກຄະລາກອນເຂົ້າໃສ່ຕໍາແໜ່ງຫົວໜ້າ ແລະ ຮອງຂະແໜງ ຂອງພະແນກ ຕສ ແຂວງຈໍາປາສັກ

24/07/2024

ກອງປະຊຸມທາບທາມເອົາບຸກຄະລາກອນເຂົ້າໃສ່ຕໍາແໜ່ງຫົວໜ້າ ແລະ ຮອງຂະແໜງ ຂອງພະແນກ ຕສ ແຂວງຈໍາປາສັກ

        ວັນທີ 05 ກໍລະກົດ 2024, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ (ຕສ) ໄດ້ຈັດກອງປະຊຸມທາບທາມເອົາບຸກຄະລາກອນເຂົ້າໃສ່ຕໍາແໜ່ງຫົວໜ້າ ແລະ ຮອງຂະແໜງ ຂອງພະແນກ ຕສ ແຂວງຈໍາປາສັກ ໂດຍການເປັນປະທານຂອງ ທ່ານ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ, ມີ ທ່ານຮອງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານຮອງຫົວໜ້າພະແນກພາຍໃນ ແລະ ຄະນະພະແນກ ພ້ອມດ້ວຍພະນັກງານວິຊາການທັງໝົດພາຍໃນພະແນກ ຕສ ເຂົ້າຮ່ວມ 32 ທ່ານ, ຍິງ 13 ທ່ານ.


        ທ່ານ ແສງອາທິດ ຂັນດາຣາ ຮອງຫົວໜ້າພະແນກພາຍໃນ ໄດ້ຜ່ານມາດຖານເງື່ອນໄຂ ພະນັກງານນໍາພາ-ຄຸ້ມຄອງເລກທີ 030/ກມສພ ແລະ ມາດຖານຕໍາແໜ່ງບໍລິຫານຂອງລັດຖະກອນແຫ່ງ ສປປລາວ ເລກທີ 461/ລບ, ທ່ານປະທານກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ແລະ ກອງປະຊຸມກໍໄດ້ດໍາເນີນການປ່ອນບັດທາບທາມບຸກຄະລາກອນ ຖືກຕ້ອງຕາມລະບຽບການ.
ກອງປະຊຸມທາບທາມບຸກຄະລາກອນໄດ້ດໍາເນີນມາຮອດເວລາ 10: 30 ໂມງ ກໍ່ໄດ້ປິດລົງຢ່າງເປັນທາງການ.

ພາບ-ຂ່າວ: ກໍວິຊິດ​ ໂສພັນທະວົງ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ບັນດາຂໍ້ຫ້າມ ແລະ ລະບຽບ ການຂຶ້ນທະບຽນເລກໝາຍໂທລະສັບ