ກອງປະຊຸມໃຫຍ່ຄັ້ງທີ III ຂອງສະມາຊິກສະຫະພັນແມ່ຍິງຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ

23/07/2024

ກອງປະຊຸມໃຫຍ່ຄັ້ງທີ III ຂອງສະມາຊິກສະຫະພັນແມ່ຍິງຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ

        ໃນຕອນເຊົ້າ ຂອງວັນທີ 19 ມີຖຸນາ 2024 ສະມາຊິກສະຫະພັນແມ່ຍິງຮາກຖານ ພະແນກເຕັກໂນໂລຊີ ແລະການສື່ສານ ແຂວງຈຳປາສັກ ໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ III  ຂື້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ນາງ ເຕລະວັນ ແກ້ວພິລາວັນ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງ ແຂວງຈຳປາສັກ; ສະຫາຍ ວິໄລ ແກ້ວມະນີໄລ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ນ. ສຸດສາຄອນ ທອງຈະເລີນ, ປະທານສະຫະພັນແມ່ຍິງຮາກຖານພະແນກເຕັກໂນໂລຊີ ແລະການສື່ສານ,  ເຂົ້າຮ່ວມມີ 3 ໜ່ວຍ ທີ່ຂຶ້ນກັບ ແລະ ຕ່າງໜ້າ 3 ອົງການຈັດຕັ້ງ ພ້ອມສະມາຊິກ ເຂົ້າຮ່ວມທັງໝົດ 30 ສະຫາຍ, ຊາຍ 3 ສະຫາຍ ມີຫນ້າເຂົ້າຮ່ວມກອງຊຸມໃຫ່ຍຄັ້ງທີ III ຂອງສະຫະພັນແມ່ຍິງຮາກຖານພະແນກເຕັກໂນໂລຊີແລະການສື່ສານແຂວງມີຈຳນວນ 24 ສະຫາຍ; ຍິງ 24 ສະຫາຍ.


        ໃນກອງປະຊຸມ ສະຫາຍ ນ. ສູນທະລາ ພັນມະນີ ຮອງຫົວໜ້າຂະແໜງຈັດຕັ້ງ ສະຫະພັນແມ່ຍິງແຂວງ ໄດ້ຜ່ານໃບອະນຸມັດເປີດໃຫ້ສະຫະພັນແມ່ຍິງຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ເປີດກອງປະຊຸມໃຫ່ຍຄັ້ງທີ III ຂື້ນທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ. ກອງປະຊຸມ ໄດ້ຮັບຟັງການຜ່ານບົດລາຍງານການເມືອງ ທັງ ສອງ ພາກ ແລະ ທິດທາງແຜນການ 05 ປີຕໍ່ໜ້າ ໂດຍສະຫາຍ ນາງ ສຸດສາຄອນ ທອງຈະເລີນ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນຜົນສໍາເລັດຂອງການຈັດຕັ້ງປະຕິບັດຫລາຍດ້ານ ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານປັບປຸງ ແລະ ຂະຫຍາຍການຈັດຕັ້ງສະຫະພັນແມ່ຍິງ, ວຽກງານກໍ່ສ້າງພະນັກງານເພດຍິງ ສະມາຊິກແມ່ຍິງ, ວຽກງານນະໂຍບາຍ-ຍ້ອງຍໍ, ວຽກງານປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ-ເດັກນ້ອຍ, ການສົ່ງເສີມຄວາມສະເໝີພາບບົດບາດຍິງ-ຊາຍ, ວຽກງານພັດທະນາຊິວິດການເປັນຢູ່ ເພື່ອແກ້ໄຂຄວາມທຸກຍາກໃຫ້ແມ່ຍິງ ແລະ ຄອບຄົວ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ, ວຽກງານປຸກລະດົມແມ່ຍິງເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ວຽກງານພົວພັນ-ຮ່ວມມືກັບຕ່າງປະເທດ ແລະ ວຽກງານກວດກາຂອງສະຫະພັນແມ່ຍິງ, ພ້ອມນີ້ ຍັງໄດ້ຜ່ານທິດທາງແຜນການເຄື່ອນໄຫວວຽກງານ ແຕ່ປີ 2024-2028.

        ຈາກນັ້ນ ສະຫາຍ ວິໄລ ແກ້ວມະນີໄລ ກຳມະການພັກແຂວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ກໍໄດ້ນໍາພາດຳເນີນກອງປະຊຸມທັງຜ່ານມາດຖານເງື່ອນໄຂຜູ້ສະໝັກຮັບເລືອກຕັ້ງຄະນະສະຫະພັນແມ່ຍິງໜ່ວຍຊຸດໃໝ່ ຜ່ານລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ເຊິ່ງມີຜູ້ລົງສະໝັກ 07 ສະຫາຍ, ໃນນັ້ນ ເລືອກເອົາ 05 ສະຫາຍ. ຜ່ານການປ່ອນບັດເລືອກຕັ້ງ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ເຫັນດີເປັນເອກະພາບ ເລືອກເອົາ ສະຫາຍ ນາງ ສຸດສາຄອນ ທອງຈະເລີນ ປະທານສະຫະພັນແມ່ຍິງຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ສະຫາຍ ນ. ໃໝທອງ ເກດຮັກສາ ເປັນຮອງປະທານ ທັງເປັນປະທານກວດ, ສະຫາຍ ນ. ເພັດສະໄໝ ຈັນທະວົງ ເປັນຮອງປະທານ, ສະຫາຍ ນ. ເພັດສະໄໝ ຊາຍສິດາ ເປັນຮອງປະທານ, ສະຫາຍ ນ. ສົມຫວັງ ພັນທະວົງ ເປັນຮອງປະທານ.


        ຕອນທ້າຍກອງປະຊຸມ ສະຫາຍ ນາງ ເຕດາວັນ ແກ້ວພິລາວັນ ກໍາມະການພັກແຂວງ ປະທານສະຫະ ພັນແມ່ຍິງແຂວງ, ກໍໄດ້ມີຄຳເຫັນໂອ້ລົມຊີ້ທິດເຍືອງທາງ ເພື່ອໃຫ້ຄະນະສະຫະພັນແມ່ຍິງຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຊຸດໃໝ່ເປັນບ່ອນອີງໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກ່ວາເກົ່າ ພ້ອມທັງໃຫ້ເອົາໃຈໃສ່ສຶກສາອົບຮົມແນວຄິດ, ສືບຕໍ່ໃນການນຳພາເອື້ອຍນ້ອງແມ່ຍິງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍ ໃນການຮັກສາຄວາມສະອາດຈົບງາມ, ມີແບບແຜນວິທີການເຮັດວຽກ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນກັບແມ່ຍິງ-ຄອບຄົວ ແລະ ສັງຄົມ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ແລະ ອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວ ກໍ່ຄືແມ່ຍິງລາວ.


ກອງປະຊຸມໄດ້ປິດລົງ ໃນເວລາ 12:00 ໂມງ ຂອງມື້ດຽວກັນ
..............................................................
ພາບ-ຂ່າວ: ນາງ ສ້ອຍມະນີ ໂພໄຊ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ບັນດາຂໍ້ຫ້າມ ແລະ ລະບຽບ ການຂຶ້ນທະບຽນເລກໝາຍໂທລະສັບ