22/05/2024
ໃນຕອນເຊົ້າ ຂອງວັນທີ 17 ພຶດສະພາ 2024 ສະມາຊິກກຳມະບານຮາກຖານ ພະແນກເຕັກໂນໂລຊີ ແລະການສື່ສານ ແຂວງຈຳປາສັກ ໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ III ຂອງຕົນຂື້ນຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ວິໄລ ແກ້ວມະນີໄລ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ແສງດາວັນ ຟອງວົງສາລາດ ຮອງປະທານສະຫະພັນກຳມະບານແຂວງຈຳປາສັກ, ມີຄະນະ 3 ອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນຈາກສະມາຊິກກຳມະບານອ້ອມຂ້າງແຂວງ ແລະ ສະມາຊິກກຳມະບານພາຍໃນພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ເຂົ້າຮ່ວມທັງໝົດ 36 ສະຫາຍ, ຍິງ 13 ສະຫາຍ.ກອງປະຊຸມຄັ້ງນີ້ ສະຫາຍ ທຽນໄຊ ສະຖາພອນ ປະທານກຳມະບານຮາກຖາກ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ (ຜູ້ເກົ່າ) ໄດ້ຂື້ນກ່າວເປີດພິທີ ພ້ອມທັງຜ່ານບົດສະຫຼຸບຕີລາຄາຜົນງານ ການເຄື່ອນໄຫວນຳພາຈັດຕັ້ງປະຕິບັດວຽກງານໄລຍະ 5 ປີ ຜ່ານມາ ແລະ ຜ່ານທິດທາງແຜນການ 5 ປີ ຕໍ່ໜ້າ ຂອງ ກຳມະບານຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ. ພ້ອມກັນນີ້ສະຫາຍ ທຽນໄຊ ສະຖາພອນ ໄດ້ຜ່ານບົດສຳຫຼວດການນຳພາລວມ, ຈາກນັ້ນກໍໄດ້ມີການກ່າວອໍາລາໜ້າທີ່.ກອງປະຊຸມໄດ້ດຳເນີນການຄັດເລືອກເອົາຄະນະກຳມະບານຮາກຖານ ພະແນກ ຕສ ແຂວງ ຊຸດໃໝ່ ເພື່ອໃຫ້ບັນດາສະຫາຍສະມາຊິກກຳມະບານ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດ, ພ້ອມກັນນັ້ນກໍ່ໄດ້ນໍາໃຊ້ລະບົບນັບຄະແນນແບບທັນສະໄໝຜ່ານໂທລະສັບມືຖື ຄຽງຄູ່ກັນ ເພື່ອເລືອກເອົາຄະນະກຳມະບານຮາກຖານພະແນກ ຕສ ແຂວງ ຊຸດໃໝ່ ເຊິ່ງມີຜູ້ສະໝັກ 5 ສະຫາຍເລືອກເອົາ 3 ສະຫາຍ