ໜ່ວຍຊາວໜຸ່ມຮາກຖານ ພະແນກເຕັກໂນໂລຊີ​ ແລະ ການສື່ສານ​ແຂວງຈໍາປາສັກ ຮັບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ

08/01/2025

ໜ່ວຍຊາວໜຸ່ມຮາກຖານ ພະແນກເຕັກໂນໂລຊີ​ ແລະ ການສື່ສານ​ແຂວງຈໍາປາສັກ ຮັບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ

ໃນຕອນເຊົ້າຂອງວັນທີ 19 ທັນວາ 2024 ໜ່ວຍຊາວໜຸ່ມຮາກຖານ ພະເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ເຂົ້າຮ່ວມພິທີມອບ - ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ, ພິທີຈັດຂື້ນຢູ່ ຫໍວັດທະນະທຳບັນດາເຜົ່າຫຼັກ 7 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ໃຈສະຫວັນ ຈັນວັນຄຳ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຈຳປາສັກ, ມີທ່ານ ວາທະກອນ​ ສີວົງສາ ເລຂາໜ່ວຍຊາວໜຸ່ມຮາກຖານ ພະແນກ ຕສ​ ພ້ອມຄະນະ​ ແລະ ສະມາຊິກຊາວໜຸ່ມ​ ພາຍໃນພະແນກເຂົ້າຮ່ວມ.
ໃນພິທີ ສະຫາຍ ນາງ ນຸດສີ ຍົກຂັນທອນ ເລຂາຊາວໜຸ່ມຮາກຖານ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກ ກໍໄດ້ຕາງໜ້າທັງ 5 ພາກສ່ວນ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມໃນໄລຍະຜ່ານມາໂດຍໃຫ້ຮູ້ວ່າ: ຄະນະຊາວໜຸ່ມທັງ 5 ພາກສ່ວນ ທີ່ຂື້ນກັບຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຈຳປາສັກ, ມີພາລະບົດບາດເປັນເສນນາທິການໃຫ້ແກ່ຄະນະພັກຂັ້ນຂອງຕົນ, ນຳພາອົງການຈັດຕັ້ງຊາວໜຸ່ມປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ, ກົດລະບຽບຂອງຊາວໜຸ່ມ ໂດຍສະເພາະແມ່ນປະຕິບັດຕາມມາດຖານເນື້ອໃນຂໍ້ແຂ່ງຂັນ 4 ບຸກ. ນອກຈາກນີ້ຄະນະຊາວໜຸ່ມຍັງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ ມີຄວາມອຸ່ນອ່ຽງ, ທຸ່ນທ່ຽງ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກອາຊີບ ແລະ ຮັກການຈັດຕັ້ງຂອງຕົນ...
ຈາກນັ້ນສະຫາຍ ນາງ ອ້ອຍໃຈ ໄຊມົນຕີ ຫົວໜ້າຂະແໜງຈັດຕັ້ງ-ກວດກາຫ້ອງການຊາວໜຸ່ມແຂວງ ໄດ້ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຈຳປາສັກ ເລກທີ 268, 270, 273, 274, 276 ວ່າດ້ວຍການຍ້ອງຍໍທຸງໄຊນຳໜ້າຂະບວນການ 4 ບຸກໃຫ້ແກ່ຊາວຮາກຖານ-ໜ່ວຍຊາວໜຸ່ມຮາກຖານ ທີ່ມີຜົນງານພົ້ນເດັ່ນໃນສະໄໝທີ VIII(2020-2024).
 
ໃນຕອນທ້າຍພິທີ ສະຫາຍ ໃຈສະຫວັນ ຈັນວັນຄຳ ຮອງເຂລາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຈຳປາສັກ ຍັງໃຫ້ກຽດມີຄຳເຫັນໂອ້ລົມ ແລະ ມອບທຸງໄຊນຳໜ້າຂະບວນການ 4 ບຸກ ໃຫ້ແກ່ຊາວໜຸ່ມຮາກຖານ - ໜ່ວຍຊາວໜຸ່ມຮາກຖານ ທັງ 5 ພາກສ່ວນຕື່ມອີກ.
ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຈ້ງການສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ ທົ່ວແຂວງຈຳປາສັກ
ວິດີໂອແນະນຳການຂຶ້ນທະບຽນເລກໝາຍໂທລະສັບ
ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ບັນດາຂໍ້ຫ້າມ ແລະ ລະບຽບ ການຂຶ້ນທະບຽນເລກໝາຍໂທລະສັບ