ກອງປະຊຸມກວດກາປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ຂອງໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ
14/11/2024

ວັນທີ 14 ພະຈິກ 2024, ພະແນກເຕັກໂນໂລຊີ ແລະ ການສື່ສານ(ຕສ) ທີ່ຂຶ້ນກັບຄະນະພັກຮາກຖານພະແນກ ຕສ ແຂວງຈໍາປາສັກ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2024. ກອງປະຊຸມຈັດຂຶ້ນຢູ່ຫ້ອງປະຊຸມຊັ້ນສອງພະແນກ ຕສ ໂດຍເປັນປະທານຮ່ວມຂອງ ສະຫາຍ ສົມຈິດ ໂພທິສານ ຮັກສາການເລຂາຄະນະພັກຮາກຖານພະແນກ ຕສ ແຂວງ, ສະຫາຍ ນາງ ສີສົມໄຊ ສິງດາລາວອນ ຫົວໜ້າຂະແໜງພັກ ຄະນະຈັດຕັ້ງແຂວງ, ສະຫາຍ ປອ ທຽນໄຊ ສະຖາພອນ ເລຂາໜ່ວຍພັກ ພະແນກ ຕສ. ມີຄະນະກໍາມະການປະເມີນຜົນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຂັ້ນແຂວງ, ເລຂາ - ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ ທີ່ຂຶ້ນກັບກັບຄະນະພັກຮາກຖານພະແນກ ຕສ ແຂວງ, ຕາງໜ້າອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກໍາມະບານ ພ້ອມດ້ວຍສະມາຊິກພັກ ພາຍໃນໜ່ວຍພັກ ເຂົ້າຮ່ວມທັງໝົດ 22 ສະຫາຍ, ຍິງ 09 ສະຫາຍ.



ພ້ອມນີ້, ສະຫາຍ ນາງ ໄໝທອງ ເກດຮັກສາ ປະທານກວດກາໜ່ວຍພັກ ກໍໄດ້ຜ່ານບົດສໍາຫຼວດການນໍາພາລວມຂອງ ໜ່ວຍພັກ.ໜ່ວຍພັກ ພະແນກ ຕສ ແຂວງ ເປັນໜ່ວຍພັກໜຶ່ງທີ່ຂື້ນກັບຄະນະພັກຮາກຖາກພະແນກ ຕສ ແຂວງ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃນການສຶກສາອົມຮົມການເມືອງ - ແນວຄິດໃຫ້ແກ່ສະມາຊິກພັກ, ນໍາພາເຕົ້າໂຮມຄວາມສາມັກຄີ, ຮັກສາຄວາມສະຫງົບພາຍໃນໜ່ວຍພັກ, ຄວາມເປັນລະບຽບຮຽບຮ້ອຍ, ຊຸກຍູ້, ສົ່ງເສີມສະມາຊິກພັກ ແລະ ອົງການຈັດຕັ້ງມະຫາຊົນ ປະຕິບັດພາລະບົດບາດ ຂອງຕົນຢ່າງຖືກຕ້ອງ ແລະ ຕິດພັນກັບ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເຮັດໃຫ້ເນື້ອໃນຂໍ້ແຂ່ງຂັນ 3 ດີ, 4 ບຸກ ແລະ 5 ເປັນເຈົ້າ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສໍາເລັດໃນແຕ່ລະໄລຍະ, ປະກອບສ່ວນຢ່າງຕັ້ງໜ້າ ໃນການພັດທະນາກົມກອງ ໃຫ້ມີຜົນງານໃໝ່ໃຫ່ຍຫຼວງກວ່າເກົ່າ ແລະ ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ. ໜ່ວຍພັກ ພະແນກ ຕສ, ມີ ສະມາຊິກພັກທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ໃນນັ້ນ, ສະມາຊິກພັກສໍາຮອງ 2 ສະຫາຍ (ຍິງ).


ຕອນທ້າຍກອງປະຊຸມ ສະຫາຍ ສົມຈິດ ໂພທິສານ ຮັກສາການເລຂາຄະນະພັກຮາກຖານພະແນກ ຕສ ແຂວງ ປະທານກອງປະຊຸມ ກໍມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ ຕື່ມອີກ.
