30/07/2025
ໃນຄັ້ງວັນທີ 14 ກໍລະກົດ 2025 ພະແນກເຕັກໂນໂລຊີ ແລະ ການສື່ສາານແຂວງຈໍາປາສັກ ຮ່ວມກັບ ຄະນະກຳມະການຄຸ້ມຄອງອິນເຕີເນັດ ໄດ້ຈັດກອງປະຊຸມເປີດກວ້າງ ເພື່ອຄົ້ນຄວ້າ, ປະກອບຄຳຄິດເຫັນ ໃສ່ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ (ສະບັບປັບປຸງ), ໂດຍການເປັນປະທານ ຂອງທ່ານ ປອ ທຽນໄຊ ສະຖາພອນ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສາານ ທັງເປັນຫົວໜ້າກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງຈຳປາສັກ, ມີຄະນະກຳມະການຂັ້ນແຂວງ, ຂັ້ນເມືອງ, ບັນດາຜູ້ຕາງໜ້າອ້ອມຂ້າງແຂວງ, ຄະນະຮັບຜິດຊອບ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມເຊິີ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ ຈຳນວນ 85 ທ່ານ, ຍີງ 24 ທ່ານ.

ທ່ານ ປອ ທຽນໄຊ ສະຖາພອນ ໄດ້ກ່າວ ຕໍ່ກອງປະຊຸມຄົ້ນຄວ້າ, ປະກອບຄໍາເຫັນໃສ່ເນື້ອໃນ ຂອງຮ່າງດຳລັດ ວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ (ສະບັບປັບປຸງ) ໃນຄັ້ງນີ້ວ່າ ເພື່ອຮັບປະກັນໃຫ້ການປັບປຸງດໍາລັດສະບັບດັ່ງກ່າວ ໃຫ້ມີເນື້ອຄວາມຄົບຖ້ວນ, ຮັດກຸມ, ດໍາເນີນໄປໃຫ້ຖືກຕາມບາດກ້າວ, ຂັ້ນຕອນ, ແນໃສ່ການປັບປຸງແກ້ໄຂບັນຫາບໍ່ສອດຄ່ອງກັບສະພາບເງື່ອນໄຂການຂະຫຍາຍຕົວ ຂອງສັງຄົມໃນປັດຈຸບັນ ແລະ ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຕໍ່ໜ້າທີ່ວຽກງານ, ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ໄດ້ຮັບຜົນດີ ແລະ ບັນລຸຕາມຈຸດປະສົງ, ຄາດໝາຍທີ່ວາງໄວ້ນັ້ນ,

ປະທານ ໄດ້ຮຽກຮ້ອງໃຫ້ບັນດາທ່ານຄະນະກຳມະການ ແລະ ຜູ້ແທນທີ່ເຂົ້າຮ່ວມ ເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນໄປເທື່ອລະມາດຕາ ຢ່າງກົງໄປກົງມາ, ຈາກນັ້ນບັນດາຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ, ຂັ້ນເມືອງ ແລະ ຕ່າງໜ້າ ໄດ້ພ້ອມກັນກວດກາ, ເນື້ອໃນ ແລະ ມີຄໍາເຫັນຕໍ່ຮ່າງດໍາລັດດັ່ງກ່າວ ສຳເລັດໂດຍພື້ນຖານ, ພາຍຫຼັງສຳເລັດແລ້ວ ແມ່ນຈະຮຽບຮຽງຄືນຕາມຄໍາເຫັນ ຂອງຜູ້ແທນທີ່ເຂັ້າຮ່ວມກອງປະຊຸມ ແລ້ວສົ່ງໃຫ້ທັນຕາມວັນເວລາ ຂອງກົມຄວາມປອດໄພໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍານົດໄວ້.

ພາບ ແລະ ຂ່າວ: ຂະແໜງຄວາມປອດໄພໄຊເບີ

